25/08/2025
การทดลองให้ชาวต่างชาติลงทะเบียนเดินทางเข้า-ออก สปป.ลาว ผ่านระบบออนไลน์
การทดลองให้ชาวต่างชาติลงทะเบียนเดินทางเข้า-ออก สปป.ลาว ผ่านระบบออนไลน์
ตั้งแต่วันที่ 1 กันยายน 2568 เป็นต้นไป กรมตำรวจตรวจคนเข้า-ออกเมือง กรมใหญ่สันติบาล กระทรวงป้องกันความสงบ จะเริ่มทดลองดำเนินการ การลงทะเบียนเดินทางเข้า-ออก สปป.ลาว ผ่านระบบออนไลน์ โดยผ่านเว็บไซต์: www.immigration.gov.la ซึ่งจะเริ่มต้นทดลองใน 4 ด่านสากล ได้แก่:
* สนามบินนานาชาติวัดไต
* สนามบินนานาชาติหลวงพระบาง
* สนามบินนานาชาติปากเซ
* ด่านสากลสะพานมิตรภาพ 1 นครหลวงเวียงจันทน์
ชาวต่างชาติที่ใช้หนังสือเดินทาง (Passport) เพื่อเดินทางเข้า-ออก สปป.ลาว ผ่าน 4 ด่านสากลดังกล่าว จะต้องลงทะเบียนผ่านระบบออนไลน์ เมื่อลงทะเบียนเสร็จสิ้นแล้วจะได้รับ QR Code (ซึ่งสามารถใช้ได้ภายในระยะเวลา 3 วันก่อนการเดินทาง) เพื่อใช้แจ้งเข้า-ออกกับเจ้าหน้าที่ตำรวจตรวจคนเข้า-ออกเมือง (ตม.) ประจำด่าน เพื่อตรวจสอบและยืนยันการลงทะเบียน
สำหรับชาวต่างชาติที่ได้ลงทะเบียนออนไลน์แล้ว ไม่จำเป็นต้องกรอกข้อมูลลงในแบบฟอร์มแจ้งเข้า-ออก สปป.ลาว ส่วนพลเมืองลาวและคนต่างด้าว (หมายถึงผู้ที่ได้รับอนุญาตให้อยู่ในลาวแบบถาวร) ไม่ต้องลงทะเบียนเข้า-ออกประเทศ โดยให้ปฏิบัติการแจ้งเข้า-ออก สปป.ลาวตามปกติ
สำหรับพลเมืองของประเทศที่มีพรมแดนติดกับ สปป.ลาว (ในระยะทดลองนี้จะมีแค่พลเมืองไทย) ที่ใช้หนังสือผ่านแดน หรือใบผ่านแดน (ที่ไม่ใช่พาสปอร์ต) จะได้รับการยกเว้นการลงทะเบียนผ่านระบบออนไลน์
ການທົດລອງ ໃຫ້ຄົນຕ່າງປະເທດ ລົງທະບຽນ ເດີນທາງເຂົ້າ-ອອກ ສປປ ລາວ
ຜ່ານລະບົບອອນລາຍ
ນັບແຕ່ວັນທີ 01 ກັນຍາ 2025 ເປັນຕົ້ນໄປ ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ຈະເລີ່ມທົດລອງຈັດຕັ້ງປະຕິບັດ ການລົງທະບຽນ ເດີນທາງເຂົ້າ-ອອກ ສປປ ລາວ ຜ່ານລະບົບອອນລາຍ, ໂດຍຜ່ານເວັບໄຊ: www.immigration.gov.la, ຊຶ່ງຈະເລີ່ມຕົ້ນ ທົດລອງ ຢູ່ 04 ດ່ານສາກົນ ຄື: ສະໜາມບິນສາກົນວັດໄຕ; ສະໜາມບິນສາກົນ ຫຼວງພະບາງ; ສະໜາມບິນສາກົນປາກເຊ ແລະ ດ່ານສາກົນ ຂົວມິດຕະພາບ 1 ນະຄອນຫຼວງວຽງຈັນ.
ຄົນຕ່າງປະເທດ ທີ່ນໍາໃຊ້ໜັງສືຜ່ານແດນ (Passport) ເດີນທາງເຂົ້າ-ອອກ ສປປ ລາວ ຜ່ານ 04 ດ່ານສາກົນດັ່ງກ່າວ ຕ້ອງລົງທະບຽນ ຜ່ານລະບົບອອນລາຍ, ຊຶ່ງພາຍຫຼັງລົງທະບຽນສໍາເລັດ ຈະໄດ້ຮັບ QR Code (ສາມາດນໍາໃຊ້ໄດ້ໃນໄລຍະເວລາ 03 ວັນ ທີ່ຈະເດີນທາງ) ເພື່ອແຈ້ງເຂົ້າ-ອອກ ຕໍ່ເຈົ້າໜ້າທີ່ ຕໍາຫຼວດກວດຄົນເຂົ້າ-ອອກເມືອງ (ຕມ) ປະຈໍາດ່ານ ກວດກາ, ຢັ້ງຢືນການລົງທະບຽນ.
ຄົນຕ່າງປະເທດ ທີ່ລົງທະບຽນອອນລາຍແລ້ວ ແມ່ນບໍ່ຈໍາເປັນຕ້ອງຂຽນ ຂໍ້ມູນໃສ່ ແບບຟອມແຈ້ງເຂົ້າ-ອອກ ສປປ ລາວ. ສ່ວນພົນລະເມືອງລາວ ແລະ ຄົນຕ່າງດ້າວ (ໝາຍເຖິງຜູ້ທີ່ໄດ້ຮັບອະນຸຍາດຢູ່ລາວແບບຖາວອນ) ແມ່ນບໍ່ໄດ້ລົງທະບຽນ ເຂົ້າ-ອອກ ປະເທດ, ປະຕິບັດ ການແຈ້ງເຂົ້າ-ອອກ ສປປ ລາວ ຕາມປົກກະຕິ.
ສໍາລັບ ພົນລະເມືອງ ຂອງບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ (ໃນໄລຍະທົດລອງນີ້ ກໍຈະມີແຕ່ ພົນລະເມືອງປະເທດ ໄທ) ທີ່ນໍາໃຊ້ປຶ້ມຜ່ານແດນ ຫຼື ໃບຜ່ານແດນ (ທີ່ບໍ່ແມ່ນ ພາສປອດ) ແມ່ນໄດ້ຮັບການຍົກເວັ້ນລົງທະບຽນ ຜ່ານລະບົບອອນລາຍ.