10/08/2026
ລັດວິສາຫະກິດ ການບິນລາວ ຂໍຖືເປັນກຽດແຈ້ງໃຫ້ທ່ານຊາບວ່າ ການບິນລາວ ກໍາລັງດໍາເນີນການຍົກລະດັບ ລະບົບການຈອງ ແລະ ລະບົບແຈ້ງປີ້ເຮືອບິນ (Passenger Service System) ເພື່ອປັບປຸງ ແລະ ຍົກລະດັບການບໍລິການໃຫ້ມີຄວາມສະດວກ ວ່ອງໄວ ຍິ່ງຂຶ້ນ.
ໄລຍະການປ່ຽນລະບົບ: ລະຫວ່າງ ວັນທີ 14 ສິງຫາ 2026, ເວລາ 14:30 ຫາ 15 ສິງຫາ 2026 ເວລາ 03:30 ເວລາທ້ອງຖິ່ນ VTE (14 ສິງຫາ 2026 ເວລາ 07:30 – 20:30 UTC).
ໃນລະຫວ່າງໄລຍະເວລາດັ່ງກ່າວ, ທ່ານອາດຈະພົບກັບ:
• ບໍ່ສາມາດຈອງບ່ອນນັ່ງ, ປ່ຽນແປງ ຫຼື ຍົກເລີກປີ້ເຮືອບິນ ຜ່ານສູນບໍລິການລູກຄ້າ, ເວັບໄຊທ໌ ແລະ ແອັບມືຖືຂອງພວກເຮົາໄດ້ຊົ່ວຄາວ.
• ການຕອບກັບ ຫຼື ການໃຫ້ບໍລິການຈາກສູນບໍລິການລູກຄ້າ ອາດຈະມີຄວາມຊັກຊ້າ.
• ການແຈ້ງປີ້ທາງອອນລາຍ ແລະ ແອັບມືຖືຈະບໍ່ສາມາດນໍາໃຊ້ໄດ້ຊົ່ວຄາວ (ເຄົາເຕີ້ແຈ້ງປີ້ຢູ່ສະໜາມບິນຍັງເປີດໃຫ້ບໍລິການເປັນປົກກະຕິ).
• ສໍາລັບບັດສະມາຊິກ, ເລີ່ມຕັ້ງແຕ່ ວັນທີ່ 11 ສິງຫາ 2026 ເປັນຕົ້ນໄປ ແມ່ນໃຫ້ໂຈະການຮັບສະໝັກສະມາຊິກໃໝ່, ການນໍາໃຊ້ຄະແນນແລກປີ້ເຮືອບິນ ແລະ ການເຄື່ອນໄຫວຕ່າງໆ ຂອງບັດສະມາຊິກ ຈົນກ່ວາຈະມີແຈ້ງການສະບັບໃໝ່.
ສິ່ງທີ່ທ່ານຄວນຊາບ:
• ຂໍ້ມູນການຈອງ ແລະ ປີ້ເຮືອບິນທີ່ມີຢູ່ກ່ອນແລ້ວ ແມ່ນສາມາດນຳໃຊ້ໄດ້ຕາມປົກກະຕິ ແລະ ຈະບໍ່ໄດ້ຮັບຜົນກະທົບໃດໆ.
• ຫາກທ່ານມີກຳນົດການເດີນທາງໃນໄລຍະປ່ຽນລະບົບ, ກະລຸນາເຂົ້າແຈ້ງປີ້ທີ່ສະໜາມບິນຢ່າງໜ້ອຍ 3 ຊົ່ວໂມງ ກ່ອນເວລາເຮືອບິນຂຶ້ນ, ເນື່ອງຈາກການແຈ້ງປີ້ອອນລາຍ ແລະ ແອັບມືຖືບໍ່ສາມາດນຳໃຊ້ໄດ້.
• ກະລຸນາພິມໃບຈອງ / ໂປຣແກຣມການເດີນທາງ ຫຼື ມີບັນທຶກໄວ້ ເພື່ອຄວາມສະດວກໃນການກວດສອບ.
• ການເຮັດທຸລະກຳໃດໆ ທີ່ກຳລັງດຳເນີນຢູ່ໃນຊ້ວງການປ່ຽນລະບົບ ຄວນເຮັດໃຫ້ສຳເລັດກ່ອນ ວັນທີ 14 ສິງຫາ 2026, ເວລາ 14:30 ເວລາທ້ອງຖິ່ນ VTE (ເວລາ 07:30 UTC) ເພື່ອຫຼີກເວັ້ນການຂັດຂ້ອງ.
ພວກເຮົາຂໍອະໄພຢ່າງສູງໃນຄວາມບໍ່ສະດວກມາຍັງທີ່ນີ້ດ້ວຍ ແລະ ຂໍຂອບໃຈໃນຄວາມເຂົ້າໃຈຂອງທຸກໆທ່ານ ໃນຂະນະທີ່ພວກເຮົາ ກໍາລັງດໍາເນີນການປັບປຸງ ການບໍລິການ ໃຫ້ດີຂຶ້ນ.
ສາມາດອ່ານຂໍ້ມູນເພີ່ມເຕີມໄດ້ທີ່ລິ້ງ: https://bit.ly/4g28UZV
-------------------------------------------
Lao Airlines (QV) will be upgrading its Passenger Service System (PSS) the platform that manages bookings, check-in, ticketing, and reservations to improve your travel experience.
Cutover period: between 14 AUG 2026, 14:30 and 15 AUG 2026, 03:30 VTE Time (14 AUG 2026, 07:30 – 20:30 UTC).
During this period, you may experience:
• Temporary unavailability to make new reservations, changes, or cancellations of our call center, website and mobile app.
• Delayed responses from our contact center
• Possible unavailability of online/mobile check-in (airport check-in counters will remain open)
• Frequent flyer members. Starting August 11, 2026, we’ll be pausing new member sign-ups, redeem points, and all activities until further notice.
What you need to know:
• Existing bookings and e-tickets remain valid and will not be affected.
• If you are scheduled to travel during the cutover window, please proceed to the airport check-in counter at least 3 hours before your scheduled flight departure, as online and mobile check-in may not be available.
• Please carry a printed or saved copy of your itinerary/booking confirmation as a precaution.
• Any transactions in progress at the time of cutover should be completed by 14 AUG 2026, 14:30 VTE time (14 AUG 2026, 07:30 UTC) to avoid disruption.
We apologize for any inconvenience and appreciate your patience as we invest in a better booking and travel experience. Normal services will resume by 15 AUG 2026, 03:30AM VTE Time (14 AUG 2026, 20:30 UTC Time).
For more details: https://bit.ly/4g28UZV
#ການບິນລາວ✈️ ✈️ #ການບິນລາວ ✈️ #ແຈ້ງການ