Maxim Laos - ເອີ້ນລົດ ແລະ ຈັດສົ່ງສິນຄ້າ

Maxim Laos - ເອີ້ນລົດ ແລະ ຈັດສົ່ງສິນຄ້າ Contact information, map and directions, contact form, opening hours, services, ratings, photos, videos and announcements from Maxim Laos - ເອີ້ນລົດ ແລະ ຈັດສົ່ງສິນຄ້າ, Cargo and freight company, Vietin Vientiane Building. Lanexang Road, Hatsady village, Chanthabuly District, Lao PDR, Vientiane.

🚕 ທຸກການເດີນທາງແມ່ນມີປະກັນໄພ​ອີງຕາມອໍເດີ້ຂອງທ່ານ, ພວກເຮົາໄດ້ເປີດນຳໃຊ້ການຄຸ້ມຄອງປະກັນໄພສຳລັບທຸກໆການເດີນທາງ.ຕອນນີ້ ຜູ້ໂດຍສ...
10/02/2026

🚕 ທຸກການເດີນທາງແມ່ນມີປະກັນໄພ
​ອີງຕາມອໍເດີ້ຂອງທ່ານ, ພວກເຮົາໄດ້ເປີດນຳໃຊ້ການຄຸ້ມຄອງປະກັນໄພສຳລັບທຸກໆການເດີນທາງ.
ຕອນນີ້ ຜູ້ໂດຍສານທຸກຄົນຈະໄດ້ຮັບການປົກປ້ອງຕະຫຼອດເສັ້ນທາງ —
ນັບຕັ້ງແຕ່ເລີ່ມຕົ້ນການເດີນທາງ ຈົນກ່ວາຈະຮອດຈຸດໝາຍປາຍທາງ.
​ບໍ່ວ່າຈະເປັນການເດີນທາງດ້ວຍປະເພດລົດໃດກໍຕາມ — ທັງລົດໃຫຍ່ ຫຼື ລົດຈັກ.
​✔️ ປອດໄພ
✔️ ໝັ້ນໃຈ
✔️ ໄຮ້ກັງວົນ
✔️ ບໍລິການແທັກຊີທີ່ທ່ານໄວ້ວາງໃຈໄດ້
​ພວກເຮົາໃສ່ໃຈໃນຄວາມສະບາຍໃຈຂອງທ່ານ ເພື່ອໃຫ້ທ່ານໄດ້ມີຄວາມສຸກກັບການເດີນທາງຢ່າງເຕັມທີ່.
ຄວາມປອດໄພຂອງຜູ້ໂດຍສານ ຄືສິ່ງສໍາຄັນອັນດັບໜຶ່ງຂອງພວກເຮົາ.

ບໍລິການຮັບສົ່ງໂດຍສານສຳລັບອົງກອນ     ເປີດໃຫ້ບໍລິການແລ້ວບໍລິການຮັບສົ່ງໂດຍສານສຳລັບອົງກອນ ເພື່ອຕອບສະໜອງຄວາມຕ້ອງການທາງທຸລະກິດ...
18/01/2026

ບໍລິການຮັບສົ່ງໂດຍສານສຳລັບອົງກອນ

ເປີດໃຫ້ບໍລິການແລ້ວບໍລິການຮັບສົ່ງໂດຍສານສຳລັບອົງກອນ ເພື່ອຕອບສະໜອງຄວາມຕ້ອງການທາງທຸລະກິດ ແລະ ຄູ່ຮ່ວມງານຂອງທ່ານຢ່າງຄົບວົງຈອນ.
ນີ້ຄືທາງເລືອກໃໝ່ສຳລັບທຸລະກິດທີ່ໃຫ້ຄວາມສຳຄັນກັບ ຄວາມສະດວກສະບາຍ, ຄວາມປອດໄພ ແລະ ຄວາມໂປ່ງໃສ ໃນການຈັດການລະບົບຂົນສົ່ງໂດຍສານໃຫ້ແກ່ພະນັກງານ, ລູກຄ້າ ແລະ ແຂກຄົນສຳຄັນຂອງບໍລິສັດ.

ຈຸດເດັ່ນຂອງບໍລິການຄື:

1. ສາມາດຊຳລະຜ່ານບັນຊີຂອງບໍລິສັດໄດ້ໂດຍກົງ ໂດຍທຸກຄ່າໃຊ້ຈ່າຍທີ່ນຳໃຊ້ໃນການເດີນທາງແມ່ນສາມາດຊຳລະຜ່ານບັນຊີຂອງອົງກອນໄດ້ໂດຍກົງ.
2. ໄດ້ມີການລວມພາສີມູນຄ່າເພີ່ມ (VAT) ໄວ້ແລ້ວ ໂດຍລາຄາແມ່ນໄດ້ລວມ VAT ໄວ້ຮຽບຮ້ອຍແລ້ວ, ພ້ອມອອກເອກະສານທາງບັນຊີທີ່ຖືກຕ້ອງ ແລະ ຊັດເຈນ.
3. ສາມາດກຳນົດວົງເງິນໄດ້ຢ່າງຢືດຢຸ່ນ ໂດຍສາມາດກຳນົດວົງເງິນການນຳໃຊ້ໃຫ້ພະນັກງານແຕ່ລະຄົນໄດ້ຢ່າງເໝາະສົມເຊັ່ນ:
• ກຳນົດຂອບເຂດຄ່າໃຊ້ຈ່າຍລາຍວັນ ຫຼື ລາຍເດືອນ.
• ສາມາດຈັດການສິດການເຂົ້າເຖິງການບໍລິການຮັບສົ່ງໂດຍສານໄດ້.
4. ສາມາດຄວບຄຸມ ແລະ ກວດສອບໄດ້ຢ່າງສົມບູນເຊັ່ນ:
• ສາມາດຕິດຕາມ ແລະ ບັນທຶກປະຫວັດການເດີນທາງທັງໝົດໄດ້ແບບລວມສູນ.
• ສາມາດສະຫຼຸບບົດລາຍງານຕາມລາຍຊື່ພະນັກງານ ຫຼື ຕາມໄລຍະເວລາທີ່ຕ້ອງການ.
• ເພີ່ມປະສິດທິພາບໃນການກວດສອບງົບປະມານໃຫ້ມີຄວາມໂປ່ງໃສ.

ພວກເຮົາຂໍເຊີນຊວນບັນດາບໍລິສັດ ແລະ ຄູ່ຮ່ວມງານ ເຂົ້າມາຮ່ວມສ້າງປະສົບການການເດີນທາງທີ່ດີກວ່າໄປກັບພວກເຮົາ.

ຕິດຕໍ່ເພື່ອເລີ່ມຕົ້ນໃຊ້ບໍລິການສຳລັບທຸລະກິດຂອງທ່ານໄດ້ທີ່:
+856 20 52777725

ຮຽນ ລູກຄ້າທີ່ຮັກແພງ,​ພວກເຮົາຂໍອວຍພອນໄຊເຖິງລູກຄ້າທຸກທ່ານ ເນື່ອງໃນໂອກາດວັນປີໃໝ່!ຂໍໃຫ້ປີທີ່ຈະມາເຖິງນີ້ເປັນປີທີ່ເຕັມໄປດ້ວຍກາ...
31/12/2025

ຮຽນ ລູກຄ້າທີ່ຮັກແພງ,

​ພວກເຮົາຂໍອວຍພອນໄຊເຖິງລູກຄ້າທຸກທ່ານ ເນື່ອງໃນໂອກາດວັນປີໃໝ່!
ຂໍໃຫ້ປີທີ່ຈະມາເຖິງນີ້ເປັນປີທີ່ເຕັມໄປດ້ວຍການເດີນທາງທີ່ແສນປະທັບໃຈ ແລະ ເຕັມໄປດ້ວຍຄວາມສຸກ. ພວກເຮົາຂໍອວຍພອນໃຫ້ທ່ານມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດໃນທຸກສິ່ງທີ່ຫວັງໄວ້.

​ພວກເຮົາຂໍຂອບໃຈຢ່າງຍິ່ງ ມາຍັງລູກຄ້າທຸກທ່ານ ທີ່ໃຫ້ຄວາມໄວ້ວາງໃຈ ແລະ ເລືອກໃຊ້ບໍລິການຂອງພວກເຮົາໃນທຸກໆວັນ. ຍ້ອນມີພວກທ່ານ, ພວກເຮົາຈຶ່ງສາມາດພັດທະນາ ແລະ ຢາກຕັ້ງໃຈເຮັດວຽກຢ່າງໜັກ ເພື່ອເຮັດໃຫ້ທຸກການເດີນທາງຂອງທ່ານເຕັມໄປດ້ວຍຄວາມສະດວກສະບາຍ ແລະ ປອດໄພ.

​ຂອບໃຈທີ່ຢູ່ຄຽງຂ້າງກັນສະເໝີມາ.

ສະບາຍດີປີໃໝ່, ແລ້ວພົບກັນໃໝ່ໃນທຸກການເດີນທາງ!

🏆ທາງບໍລິສັດຂໍມອບລາງວັນໃຫ້ແກ່ຜູ້ຂັບຂີ່ດີເດັ່ນຂອງພວກເຮົາ​ການເດີນທາງທີ່ມີຄຸນນະພາບແມ່ນມີຄວາມໝາຍຫຼາຍກວ່າການເດີນທາງຈາກຈຸດ A ໄປ...
24/12/2025

🏆ທາງບໍລິສັດຂໍມອບລາງວັນໃຫ້ແກ່ຜູ້ຂັບຂີ່ດີເດັ່ນຂອງພວກເຮົາ

​ການເດີນທາງທີ່ມີຄຸນນະພາບແມ່ນມີຄວາມໝາຍຫຼາຍກວ່າການເດີນທາງຈາກຈຸດ A ໄປຫາຈຸດ B. ແຕ່ມັນຄືຄວາມເອົາໃຈໃສ່ຕໍ່ຜູ້ໂດຍສານ, ການສື່ສານທີ່ດີ,ທີ່ສຸພາບ ແລະ ການຂັບຂີ່ທີ່ປອດໄພ. ລວມເຖິງການສ້າງຄວາມໝັ້ນໃຈໃນການເດີນທາງໃຫ້ກັບລູກຄ້າ. ນີ້ຄືເຫດຜົນທີ່ລູກຄ້າເລືອກໃຊ້ບໍລິການຂອງພວກເຮົາໃນທຸກໆມື້.
​ ໃນທ້າຍໄລຍະເວລາທີ່ຜ່ານມາ, ພວກເຮົາໄດ້ຄັດເລືອກ ແລະ ຕິດຕາມຜູ້ຂັບຂີ່ທີ່ໄດ້ຮັບຄະແນນຄວາມເພິ່ງພໍໃຈສູງສຸດຈາກລູກຄ້າ ຫຼື ຜູ້ໂດຍສານ.
ຄົນຂັບຜູ້ທີ່ມີຜົນງານ ແລະ ບໍລິການທີ່ດີສະເໝີຕົ້ນສະເໝີປາຍມັນສະແດງໃຫ້ເຫັນເຖິງຄວາມຮັບຜິດທີ່ຊອບສູງຂອງຄົນຂັບໃນທຸກໆການເດີນທາງ.

​ຜູ້ຂັບຂີ່ດີເດັ່ນແມ່ນຜູ້ທີ່:

• ໃສ່ໃຈຕໍ່ຄວາມສະດວກສະບາຍຂອງຜູ້ໂດຍສານ.
• ປະຕິບັດຕາມມາດຕະຖານການບໍລິການ ແລະ ຄວາມປອດໄພ.
• ເອົາໃຈໃສ່ໃນທຸກລາຍລະອຽດ.
• ສ້າງຄວາມເຊື່ອໝັ້ນໃຫ້ແກ່ການບໍລິການໃນພາບລວມ.

​ພວກເຮົາຂໍຂອບໃຈຜູ້ຂັບຂີ່ທຸກທ່ານ ສໍາລັບຄວາມເປັນມືອາຊີບ ແລະ ການໃຫ້ຄວາມສຳຄັນກັບລູກຄ້າເປັນຫຼັກ. ທັດສະນະຄະຕິຂອງທ່ານມີສ່ວນຊ່ວຍໂດຍກົງໃນການສ້າງປະສົບການທີ່ດີໃຫ້ແກ່ຜູ້ໂດຍສານ ແລະ ຊ່ວຍໃຫ້ບໍລິການຂອງພວກເຮົາເຕີບໃຫຍ່ຂະຫຍາຍຕົວ.

​ຂໍສະແດງຄວາມຍິນດີກັບຜູ້ທີ່ໄດ້ຮັບລາງວັນທຸກທ່ານ ແລະ ພວກເຮົາຂໍອວຍພອນໃຫ້ຜູ້ຂັບຂີ່ທຸກທ່ານມີຜູ້ໂດຍສານທີ່ໜ້າຮັກ ແລະ ປະສົບຜົນສຳເລັດໃນທຸກໆການເດີນທາງ 🚕

ເນື່ອງໃນວັນຄົບຮອບ 1 ປີແຫ່ງຄວາມມຸ່ງໝັ້ນ!🎉 ຂອງບໍລິສັດ Maxim Laos ທາງເຮົາບໍ່ໄດ້ເຕີບໂຕພຽງລຳພັງ. ແຕ່ພວກເຮົາຢາກໃຫ້ສັງຄົມເຕີບໂຕ...
09/12/2025

ເນື່ອງໃນວັນຄົບຮອບ 1 ປີແຫ່ງຄວາມມຸ່ງໝັ້ນ!🎉
ຂອງບໍລິສັດ Maxim Laos ທາງເຮົາບໍ່ໄດ້ເຕີບໂຕພຽງລຳພັງ. ແຕ່ພວກເຮົາຢາກໃຫ້ສັງຄົມເຕີບໂຕໄປພ້ອມກັບເຮົາ😊. ມື້ນີ້ພວກເຮົາຢູ່ທີ່ໂຮງຮຽນ ມສ ນໍ້າເພີນ ເມືອງໝື່ນ, ແຂວງວຽງຈັນ ເພື່ອມອບທືນໃນການຊ່ວຍເຫຼືອທີຈຳເປັນໃຫ້ແກ່ນ້ອງໆທຸກຄົນທີ່ມີຄວາມຕັ້ງໃຈໃນການຮຽນເຊັ່ນ: ອຸປະກອນການຮຽນ, ຊຸດກິລາ ,ຊຸດນັກຮຽນ ແລະ ທຶນໃນການຊ່ວຍປັບປຸງໂຄງຮ່າງຂອງໂຮງຮຽນ📚⚽️. ພວກເຮົາຮັບຮູ້ ແລະ ສໍາຜັດເຖິງຄວາມສຸກທີ່ໄດ້ເປັນສ່ວນໜຶ່ງໃນການສະໜັບສະໜູນນ້ອງໆ ແລະ ອາຈານທຸກຄົນ😊

#ຄົບຮອບ1ປີ #ໂຮງຮຽນມສນໍ້າເພີນ #ສົ່ງຕໍ່ການຊ່ວຍເຫຼືອສັງຄົມ

🇱🇦 ຊົມເຊີຍ ວັນຊາດທີ 2 ທັນວາ ໝັ້ນຍືນ!ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ...
02/12/2025

🇱🇦 ຊົມເຊີຍ ວັນຊາດທີ 2 ທັນວາ ໝັ້ນຍືນ!
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ.
ຂໍອວຍພອນໄຊໃຫ້ການນຳ ພັກ-ລັດ, ພະນັກງານ-ລັດຖະກອນ ແລະ ປະຊາຊົນລາວເຮົາທຸກທ່ານ ຈົ່ງມີແຕ່ຄວາມສຸກ, ຄວາມສາມັກຄີ, ຄວາມເຂັ້ມແຂງ ແລະ ມີແຕ່ຄວາມຈະເລີນຮຸ່ງເຮືອງຕະຫຼອດໄປ.

ພວກເຮົາພູມໃຈທີ່ໄດ້ເປັນສ່ວນໜຶ່ງ ໃນທຸກໆການເດີນທາງຂອງທ່ານ 🚕✨

ການກົດໄລ້ຖືກໃຈຂອງທ່ານນັ້ນ ບໍ່ໄດ້ເປັນພຽງແຕ່ການໃຫ້ຄະແນນເທົ່ານັ້ນ ແຕ່ມັນຫາກຄືແຮງຜັກດັນທີ່ຊ່ວຍໃຫ້ພວກເຮົາໄດ້ພັດທະນາຕົນເອງໃຫ້ດ...
07/11/2025

ການກົດໄລ້ຖືກໃຈຂອງທ່ານນັ້ນ ບໍ່ໄດ້ເປັນພຽງແຕ່ການໃຫ້ຄະແນນເທົ່ານັ້ນ ແຕ່ມັນຫາກຄືແຮງຜັກດັນທີ່ຊ່ວຍໃຫ້ພວກເຮົາໄດ້ພັດທະນາຕົນເອງໃຫ້ດີຂຶ້ນໃນທຸກໆມື້ 💛

ເພາະການເດີນທາງທີ່ສະດວກ, ປອດໄພ ແລະ ດູແລເອົາໃຈໃສ່ແມ່ນເລີ່ມຕົ້ນຈາກຄຳຄິດເຫັນຂອງທ່ານ.
ໃຫ້ຄະແນນການເດີນທາງຂອງທ່ານດ້ວຍ 👍 ຫຼື 👎 — ເພື່ອຊ່ວຍໃຫ້ພວກເຮົາປັບປຸງການບໍລິການໃຫ້ດີຍິ່ງຂຶ້ນໄປອີກ!

ທ່ານເຄີຍບໍ່... ເມື່ອເວລາທີ່ລົງຈາກລົດແລ້ວຈຶ່ງນຶກຂຶ້ນມາໄດ້ວ່າ: "ໂອ້ຍ! ລືມເຄື່ອງໄວ້ໃນລົດ!"ບໍ່ວ່າຈະເປັນໂທລະສັບ, ກ້ອງຖ່າຍຮູບ,...
24/10/2025

ທ່ານເຄີຍບໍ່... ເມື່ອເວລາທີ່ລົງຈາກລົດແລ້ວຈຶ່ງນຶກຂຶ້ນມາໄດ້ວ່າ: "ໂອ້ຍ! ລືມເຄື່ອງໄວ້ໃນລົດ!"
ບໍ່ວ່າຈະເປັນໂທລະສັບ, ກ້ອງຖ່າຍຮູບ, ເອກະສານສຳຄັນ ຫຼື ສິ່ງຂອງສຳຄັນຕ່າງໆຂອງທ່ານ?
ແຕ່ບໍ່ຕ້ອງເປັນຫ່ວງ, ເພາະບໍລິການຂອງ Maxim ພ້ອມທີ່ຈະຊ່ວຍເຫຼືອທ່ານຢູ່ສະເໝີ. ໂດຍທ່ານສາມາດຕິດຕໍ່ຄົນຂັບໂດຍກົງໄດ້ຢ່າງງ່າຍດາຍ, ທັງວ່ອງໄວ, ທັງປອດໄພ ແລະ ຍັງສາມາດຕິດຕໍ່ຜ່ານຝ່າຍບໍລິການລູກຄ້າໄດ້ໂດຍກົງອີກດ້ວຍ ພຽງເທົ່ານີ້ສິ່ງຂອງຂອງທ່ານກໍຈະບໍ່ສູນຫາຍອີກຕໍ່ໄປ.

🛵 ທັງໄວ, ທັງສະດວກ, ທັງປະຢັດ.ຈະເດີນທາງໄປບ່ອນໃກ້ໆນີ້ແມ່ນບໍ?ຢາກເດີນທາງໄດ້ແບບໄວໆ ແຖມລາຄາບໍ່ແພງພ້ອມບໍ?ເລືອກອັດຕາຄ່າໂດຍສານປະເພ...
16/10/2025

🛵 ທັງໄວ, ທັງສະດວກ, ທັງປະຢັດ.

ຈະເດີນທາງໄປບ່ອນໃກ້ໆນີ້ແມ່ນບໍ?
ຢາກເດີນທາງໄດ້ແບບໄວໆ ແຖມລາຄາບໍ່ແພງພ້ອມບໍ?
ເລືອກອັດຕາຄ່າໂດຍສານປະເພດ "ລົດຈັກ" ພາຍໃນແອັບໄດ້ເລີຍ!

📍ເໝາະສຸດໆສຳລັບການເດີນທາງໃນຕົວເມືອງ.
💸 ປະຢັດທັງເວລາ ແລະ ຄ່າໃຊ້ຈ່າຍ.
💨 ບໍ່ມີຄຳວ່າຕິດລົດ ແລ້ວທ່ານຈະຮອດທີ່ໝາຍກ່ອນໝູ່ໄດ້ຢ່າງແນ່ນອນ!

✨ ເດີນທາງໄດ້ຢ່າງສະດວກສະບາຍ ໃນຊ່ວງເວລາທີ່ທ່ານຢູ່ຫຼວງພະບາງ! 🚖ເພາະ Maxim Taxi ພ້ອມພາທ່ານໄປທຸກທີ່ໃນເມືອງໄດ້ຢ່າງໄວວາ ແລະ ສະດວ...
04/10/2025

✨ ເດີນທາງໄດ້ຢ່າງສະດວກສະບາຍ ໃນຊ່ວງເວລາທີ່ທ່ານຢູ່ຫຼວງພະບາງ! 🚖

ເພາະ Maxim Taxi ພ້ອມພາທ່ານໄປທຸກທີ່ໃນເມືອງໄດ້ຢ່າງໄວວາ ແລະ ສະດວກສະບາຍ.
📱 ຈອງລົດຜ່ານແອັບ ແລະ ເພີດເພີນໄປກັບການເດີນທາງຂອງທ່ານໄດ້ເລີຍ.

ໃຫ້ພວກເຮົາດູແລທ່ານໃນທຸກເສັ້ນທາງ ເພາະຫຼວງພະບາງກຳລັງລໍຖ້າທ່ານຢູ່! 🌏

🚖✈️ ເດີນທາງໄປສະຖານີລົດໄຟ ຫຼື ສະໜາມບິນ ໄດ້ແບບບໍ່ຕ້ອງຟ້າວ!ກຳລັງກຽມຕົວຈະເດີນທາງຢູ່ແມ່ນບໍ? ຈອງລົດຜ່ານແອັບ Maxim ເລີຍ ຮັບປະກັ...
27/09/2025

🚖✈️ ເດີນທາງໄປສະຖານີລົດໄຟ ຫຼື ສະໜາມບິນ ໄດ້ແບບບໍ່ຕ້ອງຟ້າວ!

ກຳລັງກຽມຕົວຈະເດີນທາງຢູ່ແມ່ນບໍ? ຈອງລົດຜ່ານແອັບ Maxim ເລີຍ ຮັບປະກັນວ່າທ່ານຈະໄປຮອດທັນເວລາໄດ້ຢ່າງແນ່ນອນ 🚆✈️

✅ ພຽງແຕ່ປ້ອນສະຖານີລົດໄຟ ຫຼື ສະໜາມບິນເປັນຈຸດໝາຍປາຍທາງ
✅ ເລືອກເວລາອອກເດີນທາງທີ່ທ່ານສະດວກທີ່ສຸດ
✅ ຈັດກະເປົາເດີນທາງໄດ້ຢ່າງສະບາຍໃຈ — ແລ້ວຄົນຂັບຂອງທ່ານກໍຈະມາຮອດຕາມເວລາທີ່ໄດ້ກຳນົດໄວ້ຢ່າງແນ່ນອນ

ເພາະການເດີນທາງທີ່ດີທີ່ສຸດຄືການເດີນທາງທີ່ເລີ່ມຕົ້ນດ້ວຍຄວາມສະດວກສະບາຍ! 💛

📲 ດາວໂຫຼດແອັບ ແລະ ຈອງບໍລິການໄວ້ລ່ວງໜ້າໄດ້ເລີຍ.

✈️ ຢ້ານໄປຂຶ້ນຍົນຢູ່ສະໜາມບິນບໍ່ທັນແມ່ນບໍ່? ຢ່າສ່ຽງເລີຍ ຈອງລົດແທັກຊີ່ເອົາໄວ້ລ່ວງໜ້າໂລດ!📅 ເພາະໃນແອັບ Maxim ທ່ານສາມາດເລືອກລາ...
01/09/2025

✈️ ຢ້ານໄປຂຶ້ນຍົນຢູ່ສະໜາມບິນບໍ່ທັນແມ່ນບໍ່? ຢ່າສ່ຽງເລີຍ ຈອງລົດແທັກຊີ່ເອົາໄວ້ລ່ວງໜ້າໂລດ!

📅 ເພາະໃນແອັບ Maxim ທ່ານສາມາດເລືອກລາຄາ, ກຳນົດວັນທີ ແລະ ເວລາການຂອງເດີນທາງທີ່ແນ່ນອນໄວ້ໄດ້.
🚕 ແລ້ວຄົນຂັບກໍຈະໄປຮັບທ່ານຕາມເວລາທີ່ໄດ້ນັດໝາຍພ້ອມໃຫ້ທ່ານເດີນທາງດ້ວຍຄວາມສະບາຍໃຈ.

✅ ໃຫ້ທ່ານໝັ້ນໃຈໄດ້ເລີຍວ່າ ລົດຈະລໍຖ້າທ່ານຢູ່ສະເໝີ ຫາກເມື່ອທ່ານນັ້ນຕ້ອງການ.

ເພາະ Maxim ຈະຢູ່ຄຽງຂ້າງທ່ານສະເໝີ, ໂດຍສະເພາະໃນຊ່ວງເວລາທີ່ສຳຄັນທີ່ສຸດ.

Address

Vietin Vientiane Building. Lanexang Road, Hatsady Village, Chanthabuly District, Lao PDR
Vientiane
01000

Alerts

Be the first to know and let us send you an email when Maxim Laos - ເອີ້ນລົດ ແລະ ຈັດສົ່ງສິນຄ້າ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share