ກຕຟ-eci

ກຕຟ-eci Electrical Construction and Installation, State Enterprise ລັດວິສາຫະກິດ ກ? ECI also develop off-grid and hydro power resources

Electrical Construction and Installation, State Enterprise (ECI) is the only one state owned company who does the Electrical Construction and Installation works in Laos. ECI constructs distribution lines and networks
ECI constructs and maintenance high voltage transmission lines.

ແຈ້ງການເຖິງ: ບັນດາບຸກຄົນ, ນິຕິບຸກຄົນ ແລະ ພາກສ່ວນທີ່ກ່ຽວຂ້ອງ.ເລື່ອງ: ການນໍາໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ(ບິນ...
07/05/2026

ແຈ້ງການ
ເຖິງ: ບັນດາບຸກຄົນ, ນິຕິບຸກຄົນ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ເລື່ອງ: ການນໍາໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ(ບິນອາກອນ ມູນຄ່າເພິ່ມແບບອີເລັກໂຕຣນິກ)
ບໍລິສັດ ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ມີສໍານັກງານໃຫຍ່ ຢູ່ບ້ານ ໂພນສະຫວ່າງ, ເມືອງຈັນທະບູລີ, ແຂວງ ນະຄອນຫຼວງວຽງຈັນ ຂໍເປັນກຽດຮຽນມາຍັງທ່ານຊາບວ່າ: ບໍລິສັດ ພວກເຮົາໄດ້ຮັບອະນຸຍາດຈາກກະຊວງການເງິນ ກົມສ່ວຍສາອາກອນ ໃຫ້ນໍາໃຊ້ລະບົບເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ ເລກທີ : 2076/ກສອ ແລະ 2077/ກສອ, ລົງວັນທີ 30 ມີນາ 2026, ດັ່ງນັ້ນ ທາງບໍລິສັດ ຈະເລີ່ມນໍາໃຊ້ແຕ່ວັນທີ 03 ເມສາ 2026 ເປັນຕົ້ນໄປ ຈິ່ງໄດ້ແຈ້ງການສະບັບນີ້ເຖິງບັນດາບຸກຄົນ, ນິຕິບຸກຄົນ ແລະ ພາກສ່ວນທີ່ກ່ຽວຂ້ອງເພື່ອຮັບຊາບ.
ໝາຍເຫດ: ຕົວຢ່າງຮູບແບບບິນທີ່ຈະນໍາໃຊ້.

ທ່ານ ຜູ້ອໍານວຍການ ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ທ່ານ ລັດຖະມົນຕີ ກະຊວງ ການເງິນ ພ້ອມດ້ວ...
05/01/2026

ທ່ານ ຜູ້ອໍານວຍການ ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ທ່ານ ລັດຖະມົນຕີ ກະຊວງ ການເງິນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ 2026

ທ່ານ ຜູ້ອໍານວຍການ ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ທ່ານ ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ...
05/01/2026

ທ່ານ ຜູ້ອໍານວຍການ ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ທ່ານ ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍຄະນະ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ 2026

ໃນນາມຂອງລັດວິສາຫະກິດກໍ່ສ້າງແລະຕິດຕັ້ງໄຟຟ້າຂໍສະແດງຄວາມປິຕິຍິນດີ ແລະ ຄວາມຊື່ນຊົມຢ່າງສູງສຸດ ຕໍ່ຄວາມສໍາເລັດຂອງປະເທດຊາດ ຕະຫຼອ...
02/12/2025

ໃນນາມຂອງລັດວິສາຫະກິດກໍ່ສ້າງແລະຕິດຕັ້ງໄຟຟ້າ
ຂໍສະແດງຄວາມປິຕິຍິນດີ ແລະ ຄວາມຊື່ນຊົມຢ່າງສູງສຸດ ຕໍ່ຄວາມສໍາເລັດຂອງປະເທດຊາດ ຕະຫຼອດ 50 ປີທີ່ຜ່ານມາ

ໃນວັນທີ 15ກໍລະກົດ2025 ເວລາ 16:00 ໂມງ ທີ່ ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ, ໄດ້ຈັດພິທີປະກາດການຈັດຕັ້ງຂື້ນພາຍໃຕ້ການເປັ...
16/07/2025

ໃນວັນທີ 15ກໍລະກົດ2025 ເວລາ 16:00 ໂມງ ທີ່ ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ, ໄດ້ຈັດພິທີປະກາດການຈັດຕັ້ງຂື້ນພາຍໃຕ້ການເປັນປະທານຂອງ ທ່ານ ປອ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ , ໃນພິທີ ທ່ານ ສົມໄຊ ແກ້ວວັນດີ ຮອງກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ກະຊວງການເງິນ ໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງນີ້:
1. ຂໍ້ຕົກລົງແຕ່ງຕັ້ງ ທ່ານ ວັນໂນລິດ ສີເມືອງວົງ ເປັນຮອງຜູ້ອໍານວຍການ
2. ຂໍ້ຕົກລົງແຕ່ງຕັ້ງ ທ່ານ ບຸນເຄນ ພູມມະວົງ ເປັນຮອງຜູ້ອໍານວຍການ
ເຊິ່ງໃນພິທີດັ່ງກ່າວ ທ່ານ ປອ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ກໍ່ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ກັບບັນດາວຽກງານຕ່າງໆຂອງລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ

ໃນວັນທີ 13 ພຶດສາພາ 2025 ທີ່ຜ່ານມາ ທີ່ ໂຮງແຮມ ຄຣາວພລາຊາ ໄດ້ມີການເຊັນບົດບັນທືກຊ່ວຍຈຳ ລະຫວ່າງ ລັດວິສາຫະກິດກໍ່ສ້າງແລະຕິດຕັ້ງ...
28/05/2025

ໃນວັນທີ 13 ພຶດສາພາ 2025 ທີ່ຜ່ານມາ ທີ່ ໂຮງແຮມ ຄຣາວພລາຊາ ໄດ້ມີການເຊັນບົດບັນທືກຊ່ວຍຈຳ ລະຫວ່າງ ລັດວິສາຫະກິດກໍ່ສ້າງແລະຕິດຕັ້ງໄຟຟ້າ ແລະ ກຸ່ມບໍລິສັດຂອງ ສ. ເກົາຫລີ ໃນການຮ່ວມມືສ້າງຕັ້ງລະບົບການສັນຈອນດ້ວຍລົດຈັກໄຟຟ້າທີ່ເປັນມິດກັບສິ່ງແວດລ້ອມແບບຄົບຊຸດ.
ໃນການຮ່ວມມື ຈະສຸມໃສ່ ການສົ່ງເສີມການນຳໃຊ້ລົດຈັກໄຟຟ້າ ການພັດທະນາມາດຕະຖານການນຳໃຊ້ສະຖານິປ່ຽນຖ່າຍແບັດເຕີຣີ
ກຸ່ມບໍລິສັດຈາກ ສ.ເກົາຫລີ ປະກອບມີ CS TECH Co.,Ltd. KCP Co.,Ltd ແລະ NS Co.,Ltd

🙂ສະບາຍດີລູກຄ້າ,  ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າເຮົາມີຜະລິດຕະພັນທີ່ໄດ້ມາດຕະຖານຈາກໂຮງງານເປັນຕົ້ນແມ່ນ ເສົາຫຼັກຮົ້ວ, ຕ...
16/05/2025

🙂ສະບາຍດີລູກຄ້າ, ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າເຮົາມີຜະລິດຕະພັນທີ່ໄດ້ມາດຕະຖານຈາກໂຮງງານເປັນຕົ້ນແມ່ນ ເສົາຫຼັກຮົ້ວ, ຕາໜ່າງອ້ອມຮົ້ວ, ແຜ່ນພື້ນ, ຄອນສາຍ, ເສົາໄຟຟ້າ ແລະ ມີຫຼາຍຂະໜາດທີ່ແຕກຕ່າງກັນ
☑️ທົນທານ
💪ແຂງແຮງ ແລະ ໄດ້ມາດຕະຖານ
🚛ມີບໍລິການສົ່ງເຖິງທີ່
📞ຕິດຕໍ່: 020 29844199
020 96888889
020 59029216
020 59750441

📢ປະກາດຮັບສະໝັກພະນັກງານ📢
16/05/2025

📢ປະກາດຮັບສະໝັກພະນັກງານ📢

ເນື່ອງໃນໂອກາດວັນກຳມະກອນສາກົນ, ກຳມະກອນ ລັດວິສາຫະກິດກໍ່ສ້າງແລະຕິດຕັ້ງໄຟຟ້າ  ກໍ່ຄືກຳມະກອນລາວ ໄດ້ທຸ້ມເທແຮງກາຍແຮງໃຈ ພັດທະນາປະ...
01/05/2025

ເນື່ອງໃນໂອກາດວັນກຳມະກອນສາກົນ, ກຳມະກອນ ລັດວິສາຫະກິດກໍ່ສ້າງແລະຕິດຕັ້ງໄຟຟ້າ ກໍ່ຄືກຳມະກອນລາວ ໄດ້ທຸ້ມເທແຮງກາຍແຮງໃຈ ພັດທະນາປະເທດເຮົາ ດ້ວຍຄວາມຕັ້ງຫນ້າ ໃນດ້ານການສຳຫລວດ-ອອກແບບ ແລະ ກໍ່ສ້າງ ລະບົບໄຟຟ້າ ຮັບໃຊ້ສັງຄົມ. ວັນກຳມະກອນສາກົນ ໝັ້ນຍືນ.

Address

Vientiane

Opening Hours

Monday 08:00 - 16:30
Tuesday 08:00 - 16:30
Wednesday 08:00 - 00:15
Thursday 08:00 - 16:30
Friday 08:00 - 17:00

Telephone

856-21 562540-7

Alerts

Be the first to know and let us send you an email when ກຕຟ-eci posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share