Lao-China Trian booking ຈອງປີລົດໄຟທຸກສະຖານີ

Lao-China Trian booking ຈອງປີລົດໄຟທຸກສະຖານີ Train tickets booking service all station in Laos ບໍລິການຈອງປີ້ລົດໄຟທຸກສະຖານີໃນລາວ

ອໍເດີ້ລົວໆ many Thanks 😊 🙏
11/01/2026

ອໍເດີ້ລົວໆ many Thanks 😊 🙏

10/11/2025

ປະກາດຫາລູກຄ້າ ຈອງປີ້ 20ຄົນ ມື້ວັນທີ່16/11 ລົບກວນທັກຫາຕື່ມແດ່ເຈົ້າ ພໍດີຂໍ້ຄວາມເບີໂທຫາຍບໍ່ຮູ້ວ່າແມ່ນຜູ້ໃດ ຈື່ໄດ້ວ່າຜູ້ຈອງຊື່ສັນຕິ ຈອງປີ້ ຫລວງພະບາງ-ວັງວຽງ 😅

29/09/2025
ບໍລິການສາຍດ່ວນ ຕິດຕໍ່ໄດ້ 👇
04/09/2025

ບໍລິການສາຍດ່ວນ ຕິດຕໍ່ໄດ້ 👇

ທາງລົດໄຟລາວ-ຈີນເປີດບໍລິການສາຍດ່ວນສອບຖາມຂໍ້ມູນ
———
ເພື່ອອໍານວຍຄວາມສະດວກໃນການເດີນທາງໃຫ້ແກ່ຜູ້ໂດຍສານ ແລະ ຍົກສູງຄຸນນະພາບການບໍລິການ, ນັບແຕ່ວັນທີ 1 ກັນຍາ 2025 ເປັນຕົ້ນໄປ ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ໄດ້ເປີດໃຫ້ບໍລິການສາຍດ່ວນສອບຖາມຂໍ້ມູນ 891888 ແກ່ຜູ້ໂດຍສານຢ່າງເປັນທາງການ.

ທ່ານຜູ້ໂດຍສານສາມາດໂທສອບຖາມຂໍ້ມູນຕ່າງໆເຊັ່ນ: ຕາຕະລາງແລ່ນລົດໄຟ, ທຸລະກຳການຊື້ປີ້, ສຳພາລະ, ການລືມເຄື່ອງຂອງຢູ່ເທິງລົດໄຟ, ສ່ອງແສງບັນຫາການບໍລິການ ແລະ ນະໂຍບາຍຕ່າງໆຂອງທາງລົດໄຟຕໍ່ຜູ້ພິການ, ເດັກນ້ອຍ, ຜູ້ສູງອາຍຸ ແລະ ຄົນເຈັບເປັນຕົ້ນ.

ປີ 2025 ທາງລົດໄຟລາວ-ຈີນ ໄດ້ແນໃສ່ການຈັດຂະບວນການຍົກສູງຄຸນນະພາບການຂົນສົ່ງຜູ້ໂດຍສານ ເຊິ່ງການເປີດນຳໃຊ້ສາຍດ່ວນສອບຖາມຂໍ້ມູນ ກໍແມ່ນໜຶ່ງມາດຕະການທີ່ສຳຄັນ ໃນຂະບວນການດັ່ງກ່າວ.

ໃນບາດກ້າວຕໍ່ໄປ, ບໍລິສັດຍັງຈະສືບຕໍ່ຄົ້ນຄວ້າເພີ່ມມາດຕະການບໍລິການທີ່ອຳນວຍຄວາມສະດວກແກ່ຜູ້ໂດຍສານ ໃຫ້ຫຼາກຫຼາຍຂຶ້ນຕື່ມ, ລວມທັງຊຸກຍູ້ໃຫ້ສາມາດນຳໃຊ້ສັນຍານອິນເຕີເນັດໃນເວລາຂີ່ລົດໄຟຜ່ານເຂດພູຜາປ່າໄມ້, ຈັດສັນໃຫ້ມີຕູ້ລົດໄຟປອດສຽງລົບກວນ ແລະ ສືບຕໍ່ເພີ່ມຊ່ອງທາງການລົງທະບຽນແອັບຂາຍປີ້ອອນລາຍ LCR Ticket ດ້ວຍເບີໂທລະສັບຂອງປະເທດເພື່ອນບ້ານ ເຊັ່ນ ປະເທດມາເລເຊຍ ແລະ ປະເທດຕ່າງໆໃນອາຊຽນ, ທັງໝົດເຫຼົ່ານີ້ ກໍເພື່ອສ້າງຄວາມປະທັບໃຈອັນອົບອຸ່ນເປັນພິເສດ ໃຫ້ທຸກການເດີນທາງ ແລະ ຍົກຄຸນນະພາບການບໍລິການໂດຍສານຂອງທາງລົດໄຟລາວ-ຈີນ ໃຫ້ສູງຂຶ້ນເປັນກ້າວໆ.


#ທາງລົດໄຟລາວຈີນ

27/08/2025
25/08/2025
25/08/2025

🔔ຮຽນເຖິງທ່ານຜູ້ໂດຍສານທີ່ຮັກແພງທຸກທ່ານ:

ເນື່ອງຈາກໄດ້ຮັບຜົນກະທົບຢ່າງຕໍ່ເນື່ອງຈາກ ພາຍຸໝຸນເຂດຮ້ອນ “ຄາຈິກິ”, ຜ່ານການຄົ້ນຄວ້າວິເຄາະຢ່າງຮອບດ້ານ ຕາມຫຼັກວິທະຍາສາດ ແລະ ປຶກສາຫາລືກັບພາກສ່ວນອຸຕຸນິຍົມທີ່ກ່ຽວຂ້ອງ, ເຫັນວ່າປັດຈຸບັນພາກກາງ ແລະ ພາກເໜືອຂອງ ສປປ ລາວ ຍັງມີຄວາມສ່ຽງສູງທີ່ຈະເກີດໄພພິບັດທາງທຳມະຊາດ ເຊິ່ງຍັງບໍ່ມີເງື່ອນໄຂເອື້ອອໍານວຍໃນການແລ່ນລົດໄຟ. ດັ່ງນັ້ນ, ເພື່ອຮັບປະກັນຄວາມປອດໄພຕໍ່ຊີວິດ ແລະ ຊັບສິນຂອງຜູ້ໂດຍສານ, ທາງລົດໄຟລາວ-ຈີນແມ່ນຈະໄດ້ສືບຕໍ່ຢຸດແລ່ນລົດໄຟໂດຍສານທັງໝົດຂອງວັນທີ 26 ສິງຫາ 2025 ເປັນການຊົ່ວຄາວ.

ທ່ານຜູ້ໂດຍສານສາມາດຍົກເລີກປີ້ເອົາເງິນຄືນ ຫຼື ປ່ຽນປີ້ໄດ້ ຜ່ານແອັບຂາຍປີ້ອອນລາຍ LCR Ticket ຫຼື ຫ້ອງຂາຍປີ້ໃນແຕ່ລະສະຖານີ ໂດຍບໍ່ເສຍຄ່າທຳນຽມໃດໆທັງໝົດ. ສຳລັບທ່ານໃດທີ່ບໍ່ສາມາດເຮັດທຸລະກຳໄດ້ທັນເວລາ ແມ່ນສາມາດຍົກເລີກປີ້ເອົາເງິນຄືນໄດ້ພາຍໃນ 30 ມື້ ນັບແຕ່ມື້ເດີນທາງໃນໜ້າປີ້ເປັນຕົ້ນໄປ ແລະ ຈະໄດ້ເງິນຄືນເຕັມຈໍານວນ.

ບໍລິສັດ ທາງລົດໄຟລາວ-ຈີນ ພ້ອມດ້ວຍພະນັກງານໝົດທຸກຄົນ ຈະສືບຕໍ່ເອົາໃຈໃສ່ຕິດຕາມສະພາບອາກາດ ແລະ ເຮັດວຽກຢ່າງຕັ້ງໝ້າ ໂດຍນຳໃຊ້ກົນໄກຮັບມືສຸກເສີນ, ເພິ່ມທະວີຈັດຕັ້ງພະນັກງານວິຊາສະເພາະອອກກວດກາລາດຕະເວນ, ຄົ້ນຫາ ແລະ ແກ້ໄຂຈຸດສ່ຽງຕ່າງໆທີ່ແອບແຝງ ຢູ່ຕາມແລວທາງລົດໄຟລາວ-ຈີນ ໃນລະຫວ່າງການຢຸດແລ່ນລົດໄຟຊົ່ວຄາວ; ຮັບປະກັນໃຫ້ອຸປະກອນ ແລະ ສິ່ງອໍານວຍຄວາມສະດວກຂອງທາງລົດໄຟຢູ່ໃນສະພາບສົມບູນທີ່ສຸດ.

ຫຼັງຈາກສະພາບດິນຟ້າອາກາດເອື້ອອໍານວຍ, ບົນພື້ນຖານທີ່ສາມາດຮັບປະກັນຄວາມປອດໄພ ແລະ ມີເງື່ອນໄຂຄົບຖ້ວນໃນການແລ່ນລົດແລ້ວ, ທາງລົດໄຟລາວ-ຈີນຈະກັບມາດຳເນີນການຢ່າງເປັນປົກກະຕິ, ພ້ອມທັງຈະມີການເພີ່ມຖ້ຽວລົດໄຟ ແລະ ຕໍ່ລົດໄຟສອງຂະບວນໃສ່ກັນ ເພື່ອຮອງຮັບ ແລະ ອຳນວຍຄວາມສະດວກໃຫ້ຜູ້ໂດຍສານທີ່ຕົກຄ້າງຢູ່ຕາມແລວທາງລົດໄຟລາວ-ຈີນ ໃຫ້ສາມາດເດີນທາງໄປຮອດຈຸດໝາຍປາຍທາງໄດ້ ຢ່າງປອດໄພ ໂດຍໄວເທົ່າທີ່ຈະໄວໄດ້.

ບັນດາທ່ານສາມາດຕິດຕາມຂໍ້ມູນການແລ່ນລົດ ຜ່ານທາງແອັບຂາຍປີ້ອອນລາຍ LCR Ticket, ແຈ້ງການຂອງສະຖານີ ແລະ ໜ້າເຟສບຸກຂອງບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ. ຂໍໃຫ້ທ່ານຈົ່ງມີສະຕິລະວັງຕົວໃນຊ່ວງພາຍຸເຂົ້ານີ້ ພ້ອມທັງຈັດແຜນການການເດີນທາງຂອງທ່ານໃຫ້ເໝາະສົມ ແລະ ປອດໄພດ້ວຍ.

ອີກເທື່ອໜຶ່ງ, ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຂໍສະແດງຄວາມຂອບໃຈທີ່ບັນດາທ່ານໃຫ້ຄວາມໄວ້ເນື້ອເຊື່ອໃຈ ແລະ ເດີນທາງກັບພວກເຮົາມາໂດຍຕະຫຼອດ.

ພວກເຮົາຕ້ອງຂໍອະໄພໃນຄວາມບໍ່ສະດວກມານະທີ່ນີ້ດ້ວຍ.

ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ
25 ສິງຫາ 2025

———



#ທາງລົດໄຟລາວຈີນ

24/08/2025

🔔ຮຽນເຖິງທ່ານຜູ້ໂດຍສານທີ່ຮັກແພງທຸກທ່ານ:

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ, ຄາດວ່າໃນວັນທີ 25-26 ນີ້ພາຍຸໝຸນເຂດຮ້ອນ “ຄາຈິກິ” ຈະເຄື່ອນທີ່ຜ່ານພາກກາງ ແລະ ພາກເໜືອຂອງ ສປປ ລາວ ເຊິ່ງຈະເຮັດໃຫ້ຕາມແລວທາງລົດໄຟລາວ-ຈີນຕະຫຼອດສາຍມີຝົນຕົກໜັກ ຫາ ໜັກຫຼາຍ ແລະ ມີຄວາມສ່ຽງສູງທີ່ຈະເກີດໄພພິບັດດ້ານທໍລະນີສາດ ເປັນຕົ້ນແມ່ນ: ດິນເຈື່ອນ, ຂີ້ຕົມກ້ອນຫີນໄຫຼຊຸ, ຕົ້ນໄມ້ຫັກ ແລະ ອື່ນໆ ເຊິ່ງຈະເປັນອຸປະສັກ ແລະ ຄວາມທ້າທາຍອັນໜັກໜ່ວງຕໍ່ວຽກງານຄວາມປອດໄພໃນການແລ່ນລົດໄຟ.

ສະນັ້ນ, ເພື່ອຮັບປະກັນຊີວິດ ແລະ ຊັບສິນຂອງຜູ້ໂດຍສານໃຫ້ມີຄວາມປອດໄພ ແລະ ປ້ອງກັນອຸບັດຕິເຫດທີ່ອາດຈະເກີດຂຶ້ນຍ້ອນສະພາບອາກາດຮ້າຍແຮງດັ່ງກ່າວ, ພາຍຫຼັງຜ່ານການຄົ້ນຄວ້າວິເຄາະຮອບດ້ານ ຕາມຫຼັກວິທະຍາສາດ, ທາງລົດໄຟລາວ-ຈີນຈະໄດ້ຢຸດແລ່ນລົດໄຟໂດຍສານທັງໝົດຂອງວັນທີ 25 ສິງຫາ 2025 ເປັນການຊົ່ວຄາວ.

ທ່ານຜູ້ໂດຍສານສາມາດຍົກເລີກປີ້ເອົາເງິນຄືນ ຫຼື ປ່ຽນປີ້ໄດ້ ຜ່ານແອັບຂາຍປີ້ອອນລາຍ LCR Ticket ຫຼື ຫ້ອງຂາຍປີ້ໃນແຕ່ລະສະຖານີ ໂດຍບໍ່ເສຍຄ່າທຳນຽມໃດໆທັງໝົດ. ສຳລັບທ່ານໃດທີ່ບໍ່ສາມາດເຮັດທຸລະກຳໄດ້ທັນເວລາ ແມ່ນສາມາດຍົກເລີກປີ້ເອົາເງິນຄືນໄດ້ພາຍໃນ 30 ມື້ ນັບແຕ່ມື້ເດີນທາງໃນໜ້າປີ້ເປັນຕົ້ນໄປ ແລະ ຈະໄດ້ເງິນຄືນເຕັມຈໍານວນ.

ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ໄດ້ເອົາໃຈໃສ່ຕິດຕາມຜົນກະທົບຈາກສະພາບອາກາດທີ່ຮ້າຍແຮງໃນຄັ້ງນີ້ ແລະ ໄດ້ນຳໃຊ້ກົນໄກຮັບມືສຸກເສີນກັບພະຍຸດັ່ງກ່າວ, ດຳເນີນການປະເມີນສະພາບແລວທາງໃຫ້ທັນການ, ບົນພື້ນຖານທີ່ສາມາດຮັບປະກັນຄວາມປອດໄພ ແລະ ມີເງື່ອນໄຂຄົບຖ້ວນໃນການແລ່ນລົດແລ້ວ, ທາງລົດໄຟລາວ-ຈີນຈະກັບມາດຳເນີນການຢ່າງເປັນປົກກະຕິ ເຊິ່ງຂໍ້ມູນກ່ຽວຂ້ອງແມ່ນຈະແຈ້ງຜ່ານທາງແອັບຂາຍປີ້ອອນລາຍ LCR Ticket, ແຈ້ງການຂອງສະຖານີ ແລະ ໜ້າເຟສບຸກຂອງບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.

ພວກເຮົາຕ້ອງຂໍອະໄພໃນຄວາມບໍ່ສະດວກໃນຄັ້ງນີ້ດ້ວຍ ແລະ ພວກເຮົາຈະຂໍຢູ່ຄຽງບ່າຄຽງໄຫຼ່ກັບຜູ້ໂດຍສານ ແລະ ທຸກພາກສ່ວນໃນສັງຄົມ ເພື່ອພ້ອມກັນຜ່ານຜ່າອຸປະສັກຄັ້ງນີ້ໄປນຳກັນ.

ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ
ວັນທີ 24 ສິງຫາ 2025

———
#ລົດໄຟລາວຈີນ


16/08/2025
06/08/2025

ແຈ້ງການກ່ຽວກັບການປັບປ່ຽນຊ່ວງໄລຍະທາງແລ່ນລົດຂອງລົດໄຟຖ້ຽວ C91 ແລະ C92
————
ເພື່ອຮັບປະກັນໃຫ້ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງອຸດົມໄຊສະໄໝທີ 10 ໄດ້ໄຂຂຶ້ນຢ່າງປະສົບຜົນສຳເລັດອັນຈົບງາມ, ໃນລະຫວ່າງວັນທີ 9 ຫາ ວັນທີ 12 ສິງຫາ 2025 ນີ້, ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ຈະປັບປ່ຽນຊ່ວງໄລຍະທາງແລ່ນລົດຂອງລົດໄຟຖ້ຽວ C91 ແລະ C92 ຢ່າງເປັນຊົ່ວຄາວ ໂດຍຈະໄດ້ປ່ຽນສະຖານີປາຍທາງຂອງລົດໄຟຖ້ຽວ C92 ເປັນສະຖານີເມືອງໄຊ ແລະ ປ່ຽນສະຖານີຕົ້ນທາງຂອງລົດໄຟຖ້ຽວ C91 ເປັນສະຖານີເມືອງໄຊ.

ໃນຕໍ່ໜ້າ, ທາງລົດໄຟລາວ-ຈີນ ຈະສືບຕໍ່ປັບປຸງການຈັດຕັ້ງການຂົນສົ່ງໃຫ້ດີທີ່ສຸດ ເພື່ອຮັບໃຊ້ວຽກງານທີ່ສຳຄັນຂອງພັກ,ລັດຖະບານ ແລະ ງານມະຫາກຳແຫ່ງຊາດ, ຮັບປະກັນໃຫ້ການຂົນສົ່ງທາງລົດໄຟມີຄວາມປອດໄພ ແລະ ສະດວກສະບາຍ ພ້ອມຊຸກຍູ້ການພັດທະນາເສດຖະກິດສັງຄົມ ແລະ ອຳນວຍຄວາມສະດວກໃຫ້ແກ່ການເດີນທາງຂອງພໍ່ແມ່ປະຊາຊົນ.


#ທາງລົດໄຟລາວຈີນ

Address

Kaisone Road
Vientiane

Telephone

+8562057557755

Website

Alerts

Be the first to know and let us send you an email when Lao-China Trian booking ຈອງປີລົດໄຟທຸກສະຖານີ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share