JPaths: ຮຽນ, ເຮັດວຽກ ແລະ ໃຊ້ຊີວິດຢູ່ປະເທດຍີ່ປຸ່ນ

JPaths: ຮຽນ, ເຮັດວຽກ ແລະ ໃຊ້ຊີວິດຢູ່ປະເທດຍີ່ປຸ່ນ ທີ່ປຶກສາດ້ານການຮຽນ, ເຮັດວຽກ ແລະ ໃຊ້ຊີວິດຢູ່ປະເທດຍີ່ປຸ່ນ.

ອົງກອນຂອງພວກເຮົາເປັນກຸ່ມບໍລິສັດທີ່ມີຜູ້ຮ່ວມກໍ່ຕ້ອງຫຼັກເປັນຄົນລາວ ແລະ ມີຫ້ອງການຫຼັກແຫ່ງທໍາອິດໃນປະເທດຍີ່ປຸ່ນ. ໂດຍໄດ້ເລີ່ມກໍ່ຕັ້ງທີມຂື້ນຢູ່ທີ່ເມືອງໂອຊາກ້າໃນຊ່ວງກາງປີ 2016, ຂະຫຍາຍສາຂາໄປເມືອງໂຕກຽວໃນຊ່ວງຕົ້ນປີ 2021, ແລະ ໄດ້ເປີດຫ້ອງການໃນຕ່າງປະເທດແຫ່ງທໍາອິດຢູ່ທີ່ນະຄອນຫຼວງວຽງຈັນ, ປະເທດລາວໃນເດືອນ 6, ປິ 2022. ໂດຍໃນເບື້ອງຕົ້ນນັ້ນແມ່ນໄດ້ນໍາໃຊ້ຊື່ ແລະ ແບຣນດິງຮ່ວມຂອງຫ້ອງການທັງໝົດແມ່ນບໍລິສັດ ມິນນາ (Minna) ຈໍາກັດ,

ເຊີ່ງປັດຈຸບັນເພື່ອຈຸດປະສົງຂອງການຂະຫຍາຍສາຂາໄປໃນທົ່ວອາຊີຕາເວັນອອກສຽງໃຕ້ ແລະ ເພື່ອໃຫ້ສາມາດສື່ສານໄດ້ເຖິງເປົ້າໝາຍຂອງພວກເຮົາໃຫ້ດີທີ່ສຸດ, ອົງກອນຂອງພວກເຮົາຈະໄດ້ປ່ຽນໂຄງສ້າງ ແລະ ປ່ຽນແບຣນດິງເປັນ ບໍລິສັດ ເຈພາທສ໌ (JPaths) ຈໍາກັດ ຕັ້ງແຕ່ເດືອນ 11, ປີ 2025 ນີ້ເປັນຕົ້ນໄປ!

ໂດຍຊື່ເຈພາທສ໌ (JPaths) ນີ້ແມ່ນມີຄວາມໝາຍຫຼັກຄື ທຸກເສັ້ນທາງທີ່ເປັນໄປໄດ້ໃນການເດີນທາງໄປປະເທດຍີ່ປຸ່ນ, ເຊີ່ງໄດ້ຖືກອອກແບບສະເພາະໃຫ້ເໝາະສົມ ແລະ ດີທີ່ສຸດສໍາລັບຄົນລາວ ແລະ ຄົນອາຊີເຊັ່ນວ່າ:
🎓 ເສັ້ນທາງສໍາລັບການສຶກສາ & ເຮັດວຽກໄລະຍາວ (ສະໜັບສະໜູນການສະໝັກຮຽນທຸກຮູບແບບ, ທີ່ສາມາດເຮັດວຽກເສີມໄປນຳໄດ້, ເພື່ອກຽມຄວາມພ້ອມສໍາລັບການເຕີບໂຕທາງການງານໄດ້ດີທີ່ສຸດ)
🌸 ເສັ້ນທາງການທ່ອງທ່ຽວ ແລະ ສໍາຫຼວດວັດທະນະທໍາໄລຍະສັ້ນ (ຄອສຮຽນພາສາ, ວັດທະນະທໍາ, ແລະ ບໍລິການທົວສ່ວນຕົວສໍາລັບສ່ວນບຸກຄົນ ແລະ ອົງກອນຕ່າງໆ)
🏠 ເສັ້ນທາງການລົງທືນ ແລະ ການຕັ້ງຮາກຖານຖາວອນ (ໃຫ້ຄຳປຶກສາໃນການເປີດບໍລິສັດ ຫຼື ທຸລະກິດຂອງຕົນໃນຍີ່ປຸ່ນ, ພ້ອມທັງສະໜັບສະໜູນວີຊ່າດ້ວຍຕົນເອງໄດ້)
📚 ເສັ້ນທາງການກຽມຄວາມພ້ອມດ້ານພາສາກ່ອນເດີນທາງ (ຫ້ອງຮຽນພາສາຍີ່ປຸ່ນສະເພາະໃນຮູບແບບຫ້ອງອອນລາຍ ແລະ ຫ້ອງເຊິ່ງໜ້າໃນປະເທດລາວ)

🎓 ຢາກຮຽນຕໍ່ຍີ່ປຸ່ນ ແຕ່ຍັງບໍ່ຮູ້ເລີ່ມຈາກໃສ?ມາຟັງສຳມະນານີ້ເລີຍ — ຄຳຕອບທັງໝົດຢູ່ທີ່ນີ້!🇯🇵 ງານສຳມະນາອອນລາຍ ຟຣີ!ຫົວຂໍ້: ຮຽນ –...
09/06/2026

🎓 ຢາກຮຽນຕໍ່ຍີ່ປຸ່ນ ແຕ່ຍັງບໍ່ຮູ້ເລີ່ມຈາກໃສ?

ມາຟັງສຳມະນານີ້ເລີຍ — ຄຳຕອບທັງໝົດຢູ່ທີ່ນີ້!

🇯🇵 ງານສຳມະນາອອນລາຍ ຟຣີ!
ຫົວຂໍ້: ຮຽນ – ເຮັດວຽກເສີມ – ໂອກາດທຶນການສຶກສາ ທີ່ປະເທດຍີ່ປຸ່ນ (ຮ່ວມກັບ Human Academy, ສະຖາບັນຊື່ດັງຈາກຍີ່ປຸ່ນ)

📅 ວັນຈັນທີ 15 ມິຖຸນາ 2026
⏰ ເວລາ 17:00 – 19:00
📍 ອອນລາຍ (ສົ່ງລິ້ງໃຫ້ຫຼັງລົງທະບຽນ)

---

🔥 ພາຍໃນງານເຈົ້າຈະໄດ້ຮູ້:
✅ ຮຽນພາສາຍີ່ປຸ່ນແບບໃດຈຶ່ງຈະໄວ ແລະ ໄດ້ຄຸນນະພາບ
✅ ຫາວຽກເສີມ (part-time) ຕອນຮຽນ ແລະ ຫຼັງຈົບ
✅ ທຶນການສຶກສາທີ່ນັກຮຽນລາວສາມາດຂໍໄດ້
✅ ໂອກາດຕໍ່ວິຊາຊີບ, ຕໍ່ມະຫາວິທະຍາໄລ, ຫຼື ເຮັດວຽກຢູ່ຍີ່ປຸ່ນຫຼັງຈົບ

---

🎁 ພິເສດສຳລັບຜູ້ເຂົ້າຮ່ວມງານເທົ່ານັ້ນ!
ລຸ້ນໂຊກດີຮັບ:
· 🎟️ ສ່ວນຫຼຸດຄ່າຮຽນໃຊ້ໄດ້ທຸກໂຮງຮຽນໃນຍີ່ປຸ່ນ
· 🎁 ຂອງທີ່ລະນຶກສະເພາະຈາກ JPaths

---

✍️ ລົງທະບຽນດ່ວນ ຈຳນວນຈຳກັດ! 👉 ຜ່ານລິ້ງສະໝັກຢູ່ໃຕ້ຄອມເມັ້ນເດີ 😄
-------------------------------------------
ບໍລິສັດ ເຈພາທສ໌ ຈຳກັດ (ປະເທດລາວ)
ຕຶກວຽງຈັນຊາເຟຍຊັ້ນ 2, ຖະໜົນສາຍລົມ,
ບ້ານຫັດສະດີ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ.
ເບີໂທ: 021 253 790 | WhatsApp: 020 522 33 725

ສະບາຍດີ! ຂອບໃຈທ່ານທີ່ສົນໃຈ ງານສຳມະນາອອນລາຍ ຫົວຂໍ້ ຮຽນ-ເຮັດວຽກເສີມ-ໂອກາດທຶນການສືກສາ ທີ່ປະເທດຍີ່ປຸ່ນ (ກັບສະຖ.....

🌸 Gap-Year ທີ່ຍີ່ປຸ່ນ 1-2 ປີ ຈະໄດ້ຫຍັງແນ່?ບໍ່ແມ່ນແຕ່ເປັນການພັກຜ່ອນຢ່າງດຽວ – ແຕ່ເປັນການອັບເກຣດປະສົບການຊີວິດ ທີ່ຈະບໍ່ມີວັນ...
08/06/2026

🌸 Gap-Year ທີ່ຍີ່ປຸ່ນ 1-2 ປີ ຈະໄດ້ຫຍັງແນ່?

ບໍ່ແມ່ນແຕ່ເປັນການພັກຜ່ອນຢ່າງດຽວ – ແຕ່ເປັນການອັບເກຣດປະສົບການຊີວິດ ທີ່ຈະບໍ່ມີວັນລືມ!

ນີ້ຄື 5 ສິ່ງທີ່ຈະໄດ້ ຖ້າເຈົ້າໄດ້ລອງໃຊ້ 1-2 ປີ ໃນການຮຽນ ແລະ ໃຊ້ຊີວິດຢູ່ທີ່ປະເທດຍີ່ປຸ່ນ 👇

1. 🗣️ ພາສາຍີ່ປຸ່ນແທ້ ທີ່ຮຽນໃນຕຳລາບໍ່ໄດ້: ຢູ່ກັບຄົນຍີ່ປຸ່ນແທ້ ຟັງສຽງແທ້ ເວົ້າແທ້ທຸກມື້ – ພາສາເຈົ້າຈະດີຂຶ້ນໄວກວ່າຮຽນ 3-4 ປີຢູ່ລາວ.

2. 💼 ປະສົບການເຮັດວຽກເສີມ ແບບໄວລຸ້ນຍີ່ປຸ່ນແທ້ໆ: ເຮັດວຽກຢູ່ຮ້ານສະດວກຊື້, ຮ້ານອາຫານ, ໂຮງແຮມ – ໄດ້ທັງເງິນ ແລະ ທັກສະການເຮັດວຽກຕົວຈິງທີ່ບໍລິສັດໃດໆກໍຕ້ອງການ.

3. 🌏 ມິດຕະພາບຈາກທົ່ວໂລກ: ຢູ່ໂຮງຮຽນພາສາ ເຈົ້າຈະໄດ້ຮູ້ຈັກໝູ່ຈາກຫຼາຍປະເທດ – ແລກປ່ຽນວັດທະນະທຳ, ເປີດມຸມມອງ ແລະ ເຮັດໃຫ້ເຂົ້າໃຈໂລກກວ້າງຂຶ້ນ.

4. 🧭 ຄວາມຊັດເຈນກ່ຽວກັບອະນາຄົດຂອງຕົນເອງ: ຫຼາຍຄົນມາຮຽນພາສາແບບຍັງບໍ່ຮູ້ຈັກຫຍັງເທື່ອ – ແຕ່ຫຼັງຢູ່ຍີ່ປຸ່ນ 1 ປີ ເຂົາເຈົ້າກໍສາມາດຮູ້ໄດ້ວ່າ ຕົນເອງຢາກຮຽນຕໍ່ສາຍໃດ, ຢາກເຮັດວຽກແບບໃດ.

5. 🎯 ໂອກາດສຳລັບອະນາຄົດ: ຫຼັງ Gap-Year 1-2 ປີນີ້ ເຈົ້າຈະສາມາດ: ຮຽນຕໍ່ວິຊາຊີບ (Senmon) ໃນສາຂາທີ່ຕົນເອງມັກ, ຮຽນຕໍ່ປະລິນຍາຕີ ຫຼື ໂທເພື່ອອະນາຄົດທີ່ດີຂຶ້ນ, ຫາວຽກເຕັມເວລາ ແລະ ຂໍວີຊ່າເຮັດວຽກໄລຍະຍາວ, ຫຼື ກັບມາບ້ານດ້ວຍຄວາມຮູ້ດ້ານພາສາຍີ່ປຸ່ນ ແລະ ປະສົບການທີ່ຫາຈາກບ່ອນອື່ນໄດ້ຍາກ.
🎌 ຖ້າເຈົ້າພ້ອມທີ່ຈະໃຊ້ 1-2 ປີຕໍ່ໄປ ເປັນປີແຫ່ງການປ່ຽນແປງ…ທັກຫາ ເຈພາທສ໌ ເລີຍ – ພວກເຮົາຈະຊ່ວຍເລືອກໂຮງຮຽນ ແລະ ວາງແຜນ Gap-Year ທີ່ເໝາະສົມທີ່ສຸດໃຫ້ 😊
-------------------------------------------
ບໍລິສັດ ເຈພາທສ໌ ຈຳກັດ (ປະເທດລາວ)
ຕຶກວຽງຈັນຊາເຟຍຊັ້ນ 2, ຖະໜົນສາຍລົມ,
ບ້ານຫັດສະດີ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ.
ເບີໂທ: 021 253 790 | WhatsApp: 020 522 33 725

🎓 ຮຽນຈົບແລ້ວຍັງບໍ່ຢາກເຮັດວຽກທັນທີ? ມາ Gap-Year ທີ່ຍີ່ປຸ່ນກັນເລີຍ!ຈົບປະລິນຍາຕີ ຫຼື ຈົບມ.7 ແລ້ວ ແຕ່ຍັງບໍ່ຮູ້ວ່າຈະເຮັດຫຍັງຕ...
05/06/2026

🎓 ຮຽນຈົບແລ້ວຍັງບໍ່ຢາກເຮັດວຽກທັນທີ? ມາ Gap-Year ທີ່ຍີ່ປຸ່ນກັນເລີຍ!

ຈົບປະລິນຍາຕີ ຫຼື ຈົບມ.7 ແລ້ວ ແຕ່ຍັງບໍ່ຮູ້ວ່າຈະເຮັດຫຍັງຕໍ່?
ຢາກພັກສະໝອງ ແຕ່ບໍ່ຢາກນັ່ງຢູ່ເຮືອນຫວ່າງໆ?

Gap-Year ທີ່ຍີ່ປຸ່ນ ຄືຄຳຕອບ! 🇯🇵
ໄປຍີ່ປຸ່ນ 1 ປີ ແບບ Gap Year ເຈົ້າຈະໄດ້:

✨ ພາສາຍີ່ປຸ່ນເກັ່ງຂຶ້ນໄວ – ເພາະຢູ່ໃນສະພາບແວດລ້ອມທີ່ຕ້ອງເວົ້າທຸກມື້
✨ ປະສົບການໃໝ່ – ດຳລົງຊີວິດດ້ວຍຕົນເອງ, ຮຽນຮູ້ວັດທະນະທຳ, ໄປທ່ຽວຫຼາຍທີ່
✨ ຫາວຽກເສີມເຮັດ – ໄດ້ລາຍໄດ້ ແລະ ຝຶກທັກສະການເຮັດວຽກແບບຍີ່ປຸ່ນ
✨ ກຽມພ້ອມສຳລັບອະນາຄົດ – ຫຼັງຈົບພາສາ ສາມາດຕໍ່ວິຊາຊີບ, ຕໍ່ປະລິນຍາ, ຫຼື ເຮັດວຽກຢູ່ຍີ່ປຸ່ນໄດ້ທັນທີ
Gap-Year ບໍ່ແມ່ນການສູນເສຍເວລາ – ແຕ່ແມ່ນການລົງທຶນໃສ່ຕົວເອງ

ຫຼາຍໆຄົນໄປແລ້ວກັບມາບອກພວກເຮົາວ່າ:
“ຖ້າບໍ່ໄປ Gap-Year ຕອນນັ້ນ ຂ້ອຍອາດຈະບໍ່ຮູ້ວ່າຕົນເອງຢາກເຮັດຫຍັງແທ້ ໃນຕອນນີ້!”
🎯 ເທີມຮຽນເດືອນເມສາ 2027 ກຳລັງຈະເປີດຮັບສະໝັກແລ້ວເດີ້!
ຖ້າເຈົ້າຢາກໃຊ້ປີຕໍ່ໄປເປັນປີແຫ່ງການຜະຈົນໄພ ແລະ ການເຕີບໂຕ…ທັກຫາ ເຈພາທສ໌ ພວກເຮົາໄດ້ເລີຍ! 😊
-------------------------------------------
ບໍລິສັດ ເຈພາທສ໌ ຈຳກັດ (ປະເທດລາວ)
ຕຶກວຽງຈັນຊາເຟຍຊັ້ນ 2, ຖະໜົນສາຍລົມ,
ບ້ານຫັດສະດີ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ.
ເບີໂທ: 021 253 790 | WhatsApp: 020 522 33 725

🎉 ແຈ້ງການ:  ພັກບໍລິການຊົ່ວຄາວ ເນື່ອງໃນວັນປຸກຕົ້ນໄມ້ ແລະ ວັນເດັກນ້ອຍສາກົນ 2026 🎉❌ ພັກວັນຈັນ, ທີ 1 ມິຖຸນາ 2026✅ ເປີດໃຫ້ບໍລ...
31/05/2026

🎉 ແຈ້ງການ: ພັກບໍລິການຊົ່ວຄາວ ເນື່ອງໃນວັນປຸກຕົ້ນໄມ້ ແລະ ວັນເດັກນ້ອຍສາກົນ 2026 🎉

❌ ພັກວັນຈັນ, ທີ 1 ມິຖຸນາ 2026
✅ ເປີດໃຫ້ບໍລິການເປັນປົກກະຕິ ໃນວັນ​ອັງຄານ, ທີ 2 ມິຖຸນາ 2026
----------------------------------------------
ບໍລິສັດ ເຈພາທສ໌ ຈຳກັດ (ປະເທດລາວ)
ຕຶກວຽງຈັນຊາເຟຍຊັ້ນ 2, ຖະໜົນສາຍລົມ (ຂ້າງຮ່ອມ 1),
ບ້ານຫັດສະດີ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ.
ເບີໂທ: 021 253 790 | WhatsApp: 020 522 33 725

😓 ຮຽນພາສາຍີ່ປຸ່ນມາເປັນປີ ແຕ່ເວົ້າຍັງບໍ່ຄ່ອງ?ບໍ່ແມ່ນເຈົ້າຄົນດຽວທີ່ຄິດແບບນີ້, ເພາະຄົນສ່ວນໃຫຍ່ຮຽນພາສາຍີ່ປຸ່ນກໍຮຽນຜິດວິທີຄືກ...
29/05/2026

😓 ຮຽນພາສາຍີ່ປຸ່ນມາເປັນປີ ແຕ່ເວົ້າຍັງບໍ່ຄ່ອງ?

ບໍ່ແມ່ນເຈົ້າຄົນດຽວທີ່ຄິດແບບນີ້, ເພາະຄົນສ່ວນໃຫຍ່ຮຽນພາສາຍີ່ປຸ່ນກໍຮຽນຜິດວິທີຄືກັນ. 📖 ຈຳຄັນຈິໄດ້ຫຼາຍ, 📝 ສອບເສັງທຽບລະດັບພາສາຜ່ານ, 🗣️ ແຕ່ເວົ້າຕົວຈິງບໍ່ອອກ.

ບັນຫາມາຈາກ 3 ຢ່າງ:
- ຮຽນແຕ່ໃນຕຳລາ → ບໍ່ໄດ້ຟັງສຽງຄົນຍີ່ປຸ່ນແທ້ 📚
- ຢ້ານເວົ້າຜິດ → ກໍບໍ່ເຄີຍໄດ້ຝຶກ 😣
- ມີແຕ່ໝູ່ລາວນຳກັນ → ເວົ້າລາວຕະຫຼອດ 🗣️

ແລ້ວຈະແກ້ແນວໃດ?
✅ ຟັງເພງ ເບິ່ງຢູທູບຍີ່ປຸ່ນ ທຸກມື້ (ເຖິງຈະບໍ່ເຂົ້າໃຈຫຼາຍກໍຕາມ).
✅ ອ່ານອອກສຽງດັງໆ ຄົນດຽວ: ຝຶກປາກ ຝຶກລີ້ນ.
✅ ບໍ່ຢ້ານທີ່ຈະເວົ້າຜິດ: ຄົນຍີ່ປຸ່ນກໍຮູ້ວ່າເຈົ້າກຳລັງຮຽນຢູ່.

ຮຽນປີດຽວຢູ່ລາວ ເວົ້າບໍ່ຄ່ອງແມ່ນເລື່ອງປົກກະຕິ.
ແຕ່ຖ້າຮຽນ 1-2 ປີ ຢູ່ຍີ່ປຸ່ນແລ້ວຍັງເວົ້າບໍ່ໄດ້ → ຕ້ອງປ່ຽນວິທີຮຽນແລ້ວ 😊
-------------------------------------------
ບໍລິສັດ ເຈພາທສ໌ ຈຳກັດ (ປະເທດລາວ)
ຕຶກວຽງຈັນຊາເຟຍຊັ້ນ 2, ຖະໜົນສາຍລົມ,
ບ້ານຫັດສະດີ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ.
ເບີໂທ: 021 253 790 | WhatsApp: 020 522 33 725

💸 ເງິນເກັບບໍ່ພໍ ແຕ່ຢາກໄດ້ COE ເພື່ອການຂໍວີຊ່ານັກຮຽນ? ຕ້ອງມີຄົນຄ້ຳປະກັນເດີ້!ຫຼາຍຄົນເຂົ້າໃຈວ່າ: ມີແຜນການຮຽນທີ່ຊັດເຈນ ແລະ ເ...
27/05/2026

💸 ເງິນເກັບບໍ່ພໍ ແຕ່ຢາກໄດ້ COE ເພື່ອການຂໍວີຊ່ານັກຮຽນ? ຕ້ອງມີຄົນຄ້ຳປະກັນເດີ້!

ຫຼາຍຄົນເຂົ້າໃຈວ່າ: ມີແຜນການຮຽນທີ່ຊັດເຈນ ແລະ ເງິນຈ່າຍຄ່າຮຽນປີທຳອິດ ກໍພຽງພໍໃນການຂໍ COE ໄດ້? 🤔
ຄວາມຈິງຄື: ຖ້າເງິນໃນບັນຊີເຈົ້າບໍ່ຫຼາຍພໍ (ຕໍ່າກວ່າ 1.5 ລ້ານເຢນ) — ສຳນັກງານກົງສຸນຍີ່ປຸ່ນຈະບໍ່ກ້າອອກໃບອະນຸຍາດເຂົ້າເມືອງ ຫຼື COE ໃຫ້.
ເພາະເຂົາເຈົ້າຢ້ານວ່າ: ເມື່ອເຈົ້າໄປຮອດຍີ່ປຸ່ນແລ້ວ, ເງິນໝົດ ແລະ ບໍ່ພໍໃນການດຳລົງຊີວິດ, ຈະເຮັດໃຫ້ເກີດບັນຫາໃນການສຶບຕໍ່ຮຽນ ແລະ ຈະຖືກບັງຄັບໃຫ້ເຮັດວຽກຜິດກົດໝາຍນັ້ນເອງ ⚠️

ໃນກໍລະນີນີ້, ກໍຈະຈຳເປັນທີ່ຈະຕ້ອງມີຄົນຄ້ຳປະກັນເຊັ່ນ: ພໍ່, ແມ່, ອ້າຍເອື້ອຍ ຫຼື ຍາດພີ່ນ້ອງໃກ້ຊິດ, ທີ່ຈະເຂົ້າມາຮັບປະກັນທາງການເງິນແທນຕົວນັກຮຽນຜູ້ສະໝັກວ່າ: ຖ້ານັກຮຽນເງິນບໍ່ພໍ ລາວຈະຊ່ວຍສະໜັບສະໜູນໃນການສຶກສາໃຫ້ເອງ 🤗

ໂດຍເງື່ອນໄຂພື້ນຖານ 2 ຂໍ້ສຳລັບການຄ້ຳປະກັນຕົນເອງ ຫຼື ສຳລັບຄົນຄ້ຳປະກັນນັ້ນກໍຄື: 1) ມີເງິນເກັບໃນບັນຊີຫຼາຍກ່ວາ 2 ລ້ານເຢນ, ແລະ 2) ມີລາຍຮັບຕໍ່ປີຫຼາຍກ່ວາ 2 ລ້ານເຢນຄືກັນ. (2 ລ້ານເຢນແມ່ນປະມານ 13 ພັນຫຼຽນ ຫຼື ປະມານ 280 ລ້ານກີບ).

🇯🇵 ຖ້າຍັງບໍ່ແນ່ໃຈວ່າ ເງິນເກັບເທົ່າໃດຈຶ່ງຈະພໍ ຫຼື ຕ້ອງມີເອກະສານປະກອບແບບໃດແນ່, ທັກຫາພວກເຮົາໄດ້ເລີຍເດີ້ 😊
-------------------------------------------
ບໍລິສັດ ເຈພາທສ໌ ຈຳກັດ (ປະເທດລາວ)
ຕຶກວຽງຈັນຊາເຟຍຊັ້ນ 2, ຖະໜົນສາຍລົມ,
ບ້ານຫັດສະດີ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ.
ເບີໂທ: 021 253 790 | WhatsApp: 020 522 33 725

📄 COE ຄືຫຍັງ? ແລະ ສຳຄັນແນວໃດກັບການໄປຮຽນທີ່ຍີ່ປຸ່ນ?ຫຼາຍຄົນເຄີຍໄດ້ຍິນຄຳວ່າ "COE" ແຕ່ບໍ່ເຂົ້າໃຈວ່າມັນແມ່ນຫຍັງ ແລະ ເປັນຫຍັງຕ...
25/05/2026

📄 COE ຄືຫຍັງ? ແລະ ສຳຄັນແນວໃດກັບການໄປຮຽນທີ່ຍີ່ປຸ່ນ?

ຫຼາຍຄົນເຄີຍໄດ້ຍິນຄຳວ່າ "COE" ແຕ່ບໍ່ເຂົ້າໃຈວ່າມັນແມ່ນຫຍັງ ແລະ ເປັນຫຍັງຕ້ອງມີມັນກ່ອນຈຶ່ງຈະໄປຍີ່ປຸ່ນໄດ້.
ມື້ນີ້ ພວກເຮົາຈະອະທິບາຍແບບ ງ່າຍທີ່ສຸດ ພ້ອມຕົວຢ່າງຈິງ ໃຫ້ເຂົ້າໃຈໄດ້ພາຍໃນ 5 ນາທີ ✨

❓ ຄຳຖາມ: COE ແມ່ນຫຍັງ?
COE ຫຍໍ້ມາຈາກ Certificate of Eligibility (ໃບຢັ້ງຢືນຄຸນສົມບັດ).
ມັນແມ່ນ ເອກະສານທີ່ອອກໂດຍສຳນັກງານກົງສຸນຍີ່ປຸ່ນ (Immigration Bureau of Japan) ເພື່ອຢັ້ງຢືນວ່າ: "ຄົນນີ້ມີຄຸນສົມບັດພຽງພໍທີ່ຈະໄດ້ຮັບວີຊ່າ ແລະ ມາຢູ່ຍີ່ປຸ່ນໄດ້ຕາມຈຸດປະສົງທີ່ສະໝັກ."
ເວົ້າງ່າຍໆກໍຄື: COE ຄືຈົດໝາຍເຊີນນັ້ນເອງ, ມັນຈະບົ່ງບອກວ່າ: "ຄົນຜູ້ນີ້ພ້ອມແລ້ວ ກົງສູນ/ສະຖານທູດສາມາດອອກວີຊ່າໃຫ້ໄດ້."

🔑 ເປັນຫຍັງ COE ຈຶ່ງສຳຄັນຫຼາຍ?
ຖ້າບໍ່ມີ COE → ເຈົ້າຈະບໍ່ສາມາດຂໍວີຊ່ານັກຮຽນ ຫຼື ວີຊ່າໄລຍະຍາວໃດໜື່ງໄດ້ເລີຍ.
ມັນຄືກະແຈດຽວ ທີ່ເປີດປະຕູໄປສູ່ວີຊ່າ. ຖ້າບໍ່ມີມັນ, ເຈົ້າຈະຕິດຢູ່ຂັ້ນຕອນ "ກຽມເອກະສານ ແຕ່ສະໝັກບໍ່ໄດ້" ນັ້ນເອງ.

📋 ຂັ້ນຕອນ ແລະ ໄລຍະເວລາການຂໍ COE ສຳລັບການຮຽນຕໍ່ຍີ່ປຸ່ນແບບງ່າຍໆ:
- ສະໝັກ ແລະ ກຽມເອກະສານກັບໂຮງຮຽນ: ປະມານ 1-2 ເດືອນ.
- ໂຮງຮຽນສົ່ງເອກະສານໄປຍັງກົງສຸນທີ່ຍີ່ປຸ່ນ: 2-4 ອາທິດ.
- ສຳນັກງານກົງສຸນກວດສອບ ປະຫວັດ, ການເງິນ, ເປົ້າໝາຍ, ແຜນການຮຽນ: ປະມານ 3-4 ເດືອນ.
- ຖ້າຜ່ານ → ອອກ COE ພາຍໃນ 2-4 ອາທິດ.
- ເອົາ COE ແລະ ໄປຂໍວີຊ່າຈາກສະຖານທູດໃນປະເທດລາວ: 1-2 ອາທິດ.
- ໄດ້ວີຊ່າ → ຊື້ປີ້ຍົນ → ບິນໄປຍີ່ປຸ່ນ 🎉
ດັ່ງນັ້ນ ລວມທັງໝົດແລ້ວຕ້ອງກຽມເວລາໂດຍປະມານ 7-8 ເດືອນ ກ່ອນເທີມຮຽນເປີດ ຈະດີສຸດ.

⚠️ ເລື່ອງທີ່ຄວນລະວັງ:
❌ ຖ້າ COE ຖືກປະຕິເສດ → ຈະຕ້ອງໄດ້ລໍຖ້າ 6 ເດືອນ ຫຼື 1 ປີ ຈຶ່ງຈະສະໝັກໃໝ່ໄດ້, ຈະເສຍປະຫວັດ ແລະ ມີໂອກາດໄດ້ໜ້ອຍລົງໃນຮອບຕໍ່ໄປ.
❌ ເຫດຜົນທີ່ມັກຖືກປະຕິເສດ: ເອກະສານການເງິນບໍ່ພຽງພໍ, ປະຫວັດການຮຽນຍື່ນບໍ່ຖືກຕ້ອງ, ເປົ້າໝາຍບໍ່ຊັດເຈນ, ອື່ນໆ.

ການຂໍ COE ອາດຟັງຄືຍາກ, ແຕ່ຄວາມຈິງແລ້ວ ມັນແມ່ນບາດກ້າວທີ່ສຳຄັນທີ່ສຸດ ທີ່ຢັ້ງຢືນວ່າເຈົ້າໄດ້ກຽມຕົວມາດີ ແລະ ພ້ອມທີ່ຈະໄປຮຽນຢູ່ຍີ່ປຸ່ນແລ້ວ.
ຖ້າເຈົ້າກຽມເອກະສານຄົບ ແລະ ມີແຜນການທີ່ຊັດເຈນ → COE ກໍ່ບໍ່ແມ່ນເລື່ອງຍາກຢ່າງທີ່ຄິດ 💪

🇯🇵 ສົນໃຈຢາກໃຫ້ JPaths ຊ່ວຍກວດເອກະສານ ແລະ ຍື່ນຂໍ COE ຜ່ານໂຮງຮຽນຕ່າງໆໃນຍີ່ປຸ່ນ, ທັກຫາພວກເຮົາໄດ້ເລີຍເດີ້ — ພວກເຮົາຊ່ວຍຕັ້ງແຕ່ການກຽມເອກະສານ ຈົນກວດສອບກ່ອນຍື່ນ ເພື່ອໃຫ້ຜ່ານໄວ, ປອດໄພ ແລະ ໄດ້ເດີນທາງໄປແນ່ນອນ 😊
-------------------------------------------
ບໍລິສັດ ເຈພາທສ໌ ຈຳກັດ (ປະເທດລາວ)
ຕຶກວຽງຈັນຊາເຟຍຊັ້ນ 2, ຖະໜົນສາຍລົມ,
ບ້ານຫັດສະດີ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ.
ເບີໂທ: 021 253 790 | WhatsApp: 020 522 33 725

🔥 ອາຍຸ 30 ກ່ວາ ກໍໄປຮຽນພາສາທີ່ຍີ່ປຸ່ນໄດ້ເດີ້! 🇯🇵❌ ຄວາມເຂົ້າໃຈຜິດທີ່ຄົນອາຍຸ 30+ ມັກຄິດຄື:"ອາຍຸຫຼາຍແລ້ວ ຈະໄປຮຽນພາສາທີ່ຍີ່ປຸ...
22/05/2026

🔥 ອາຍຸ 30 ກ່ວາ ກໍໄປຮຽນພາສາທີ່ຍີ່ປຸ່ນໄດ້ເດີ້! 🇯🇵

❌ ຄວາມເຂົ້າໃຈຜິດທີ່ຄົນອາຍຸ 30+ ມັກຄິດຄື:
"ອາຍຸຫຼາຍແລ້ວ ຈະໄປຮຽນພາສາທີ່ຍີ່ປຸ່ນ ມັນຊ້າເກີນໄປບໍ່?"
"ເຫັນແຕ່ນັກຮຽນຈົບມ.7 ຫຼື ຈົບປະລິນຍາຕີ ທີ່ໄປກັນ, ເຮົາອາຍຸ 30 ປາຍຈະໄປຮຽນນຳເຂົາເຈົ້າໄດ້ບໍ່?"
"ຂ້ອຍແກ່ກວ່າໝູ່ໃນຫ້ອງ ຈະເຂົ້າກັບເຂົາເຈົ້າໄດ້ບໍ່?"
"ສະໝອງຂ້ອຍຈະຮຽນພາສາບໍ່ທັນແລ້ວ"
"ຄົນອາຍຸແບບນີ້ ຍັງມີໂອກາດເຮັດວຽກຫຼັງຈົບບໍ່?"

✅ ແຕ່ຄວາມຈິງທີ່ເຈົ້າຄວນຮູ້ກໍຄື:
1. ເລື່ອງອາຍຸ ໂຮງຮຽນພາສາຍີ່ປຸ່ນບໍ່ໄດ້ຈຳກັດ: ສ່ວນໃຫຍ່ຮັບສະໝັກບໍ່ຈຳກັດອາຍຸ (ແຕ່ຕ້ອງອາຍຸ 18+ ຂຶ້ນໄປ). ເຈົ້າຈະເຫັນທັງນັກຮຽນຈົບໃໝ່, ຄົນອາຍຸ 30, 40, ແລະ ບາງໂຮງຮຽນກໍ່ມີຄົນອາຍຸ 50+ ນຳ.
2. ການຮຽນພາສາຕອນອາຍຸຫຼາຍຂຶ້ນ ກໍມີຂໍ້ດີຄື: ເຈົ້າຮູ້ຈັກຕົນເອງວ່າມັກຫຍັງ ແລະ ຢາກໄປໃສ, ເຈົ້າມີວິໄນ ແລະ ຄວາມອົດທົນສູງກວ່າ, ເຈົ້າມີເປົ້າໝາຍທີ່ຊັດເຈນກວ່າ ແລະ ບໍ່ໄດ້ໄປຍ້ອນຢາກຕາມໝູ່.
3. ວີຊ່ານັກຮຽນສຳລັບຄົນອາຍຸ 30+ ຍັງອອກໃຫ້ໄດ້, ຖ້າເຈົ້າສາມາດຢັ້ງຢືນການເງິນຂອງຕົນເອງ ແລະ ອະທິບາຍເປົ້າໝາຍໄດ້ຢ່າງຊັດເຈນ.
4. ໂອກາດຫາວຽກຫຼັງຮຽນຈົບ ສຳລັບຄົນອາຍຸ 30+ ຍັງມີເພາະເຈົ້າມີປະສົບການ: ບໍລິສັດຍີ່ປຸ່ນຫຼາຍແຫ່ງຕ້ອງການຄົນທີ່ມີປະສົບການເຮັດວຽກມາກ່ອນ ບວກກັບພາສາຍີ່ປຸ່ນ. ອາຍຸ 30+ ຈຶ່ງບໍ່ແມ່ນອຸປະສັກ ແຕ່ແມ່ນຈຸດເດັ່ນ.

🌟 ຕົວຢ່າງທີ່ພວກເຮົາເຫັນຜ່ານມາ:
- ຄົນອາຍຸ 32 ປີ ເຄີຍເຮັດວຽກຢູ່ບໍລິສັດທ່ອງທ່ຽວໃນລາວ → ໄປຮຽນພາສາທີ່ໂຕກຽວ 1 ປີ → ໄດ້ວຽກເຮັດຢູ່ບໍລິສັດທ່ອງທ່ຽວຍີ່ປຸ່ນ, ຍ້ອນດ້ວຍພາສາ ແລະ ປະສົບການເກົ່າ.
- ຄົນອາຍຸ 35 ປີ ທີ່ເປັນຊ່າງກົນຈັກຢູ່ລາວ → ໄປຮຽນພາສາ 1 ປີ, ແລ້ວຮຽນວິຊາຊີບດ້ານອຸດສາຫະກຳສະເພາະເພີ່ມຕື່ມ → ໄດ້ວຽກຢູ່ໂຮງງານຜະລິດລົດ ແລະ ໄດ້ວີຊ່າເຮັດວຽກໄລຍະຍາວ.

🎯 ສະຫຼຸບແລ້ວ: ອາຍຸ 30 ກ່ວາ ບໍ່ແມ່ນອຸປະສັກ, ແຕ່ມັນແມ່ນ ຈຸດເລີ່ມຕົ້ນທີ່ເຕັມໄປດ້ວຍປະສົບການທີ່ໜ້າຕື່ນເຕັ້ນ ແລະ ຄວາມເຂົ້າໃຈກ່ຽວກັບຊີວິດທີ່ຄົນອາຍຸນ້ອຍຍັງບໍ່ທັນມີ. ຖ້າເຈົ້າຍັງຝັນຢາກໄປຍີ່ປຸ່ນ ຢ່າໃຫ້ຕົວເລກອາຍຸມາຂັດຂວາງເດີ້ 💪

ຖ້າຕອນນີ້ເຈົ້າອາຍຸ 30 ກ່ວາ ແລະ ຢາກປຶກສາເສັ້ນທາງໄປຍີ່ປຸ່ນ ແບບຄົນເຮັດວຽກມາແລ້ວ…ທັກຫາ JPaths (ເຈພາທສ໌) ພວກເຮົາໄດ້ເລີຍ, ພວກເຮົາມີປະສົບການຊ່ວຍຄົນອາຍຸ 30+ ປີມາແລ້ວຫຼາຍຄົນ ແລະ ຮູ້ວ່າເສັ້ນທາງໃດທີ່ເໝາະສົມກັບເຈົ້າທີ່ສຸດ 😄
-------------------------------------------
ບໍລິສັດ ເຈພາທສ໌ ຈຳກັດ (ປະເທດລາວ)
ຕຶກວຽງຈັນຊາເຟຍຊັ້ນ 2, ຖະໜົນສາຍລົມ,
ບ້ານຫັດສະດີ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ.
ເບີໂທ: 021 253 790 | WhatsApp: 020 522 33 725

ໄປຮຽນພາສາທີ່ປະເທດຍີ່ປຸ່ນຕ້ອງຈ່າຍເທົ່າໃດ? ແລ້ວເຮັດວຽກເສີມໄດ້ເທົ່າໃດ? 🤔📘 ຄ່າໃຊ້ຈ່າຍທັງໝົດປີທຳອິດລວມທັງຄ່າສະໝັກ, ຄ່າເດີນທາງ...
20/05/2026

ໄປຮຽນພາສາທີ່ປະເທດຍີ່ປຸ່ນຕ້ອງຈ່າຍເທົ່າໃດ? ແລ້ວເຮັດວຽກເສີມໄດ້ເທົ່າໃດ? 🤔

📘 ຄ່າໃຊ້ຈ່າຍທັງໝົດປີທຳອິດລວມທັງຄ່າສະໝັກ, ຄ່າເດີນທາງ, ຄ່າຮຽນ, ຄ່າຫໍ, ຄ່າກິນ ແລະ ຄ່າໃຊ້ຈ່າຍສ່ວນຕົວ ➡️ ໂດຍປະມານຈະແມ່ນລະຫວ່າງ 1.5 ຫາ 2 ລ້ານເຢນ ຫຼື ປະມານ 200 ຫາ 280 ລ້ານກີບ (ຂຶ້ນກັບເມືອງ ແລະ ການໃຊ້ຈ່າຍ).

💼 ລາຍໄດ້ຈາກວຽກເສີມ (28 ຊົ່ວໂມງ/ອາທິດ) ➡️ ຈະໄດ້ປະມານ 100,000 ຫາ 130,000 ເຢນຕໍ່ເດືອນ ➡️ ລາຍຮັບຕໍ່ປີຈະແມ່ນປະມານ 1.2 ຫາ 1.6 ລ້ານເຢນ ຫຼື ປະມານ 170 ຫາ 220 ລ້ານກີບ (ຂຶ້ນກັບເມືອງ ແລະ ວຽກທີ່ເຮັດ).

ສະຫຼຸບງ່າຍໆຄື: ຖ້າກຽມເງິນລ່ວງໜ້າໄວ້ປະມານ 150-200 ລ້ານກີບໃນເບື້ອງຕົ້ນ, ແລ້ວໄປເຮັດວຽກເສີມທັນທີເພື່ອກຸ້ມຕົນເອງ ແລະ ເກັບເງິນຄ່າຮຽນປີຕໍ່ໄປ, ປີທີ 2 ແລະ ຫຼັງຈາກນັ້ນ, ເຈົ້າຈະສາມາດຢືນດ້ວຍຕົນເອງ ແລະ ສາມາດສະໜັບສະໜູນການຮຽນຕໍ່ຂອງຕົນເອງໄດ້ເລີຍ 💪

ແລ້ວຖ້າໃນໄລຍະທີ່ຮຽນ ແລະ ພາສາເກັ່ງຂຶ້ນແລ້ວ, ກໍຈະສາມາດຊອກສະໝັກເຮັດວຽກທີ່ມີລາຍຮັບສູງຂຶ້ນໄດ້ເຊັ່ນກັນ. ນອກນັ້ນ, ຖ້າວ່າຮຽນຈົບຄອສພາສາແລ້ວ, ກໍຈະມີໂອກາດໃນການຊອກຫາວຽກເຮັດໄລຍະຍາວໄດ້ຕາມຄວາມເໝາະສົມ ແລະ ຄວາມສົນໃຈຂອງຕົນເອງໄດ້ຢ່າງອິດສະຫຼະ 👨‍🍳👷‍♂️👩‍💻👩‍🎨

🇯🇵 ຖ້າຢາກຮູ້ຕົວເລກຄ່າໃຊ້ຈ່າຍທີ່ສະເພາະສຳລັບແຕ່ລະເມືອງທີ່ເຈົ້າສົນໃຈ…ທັກຫາ JPaths (ເຈພາທສ໌) ພວກເຮົາໄດ້ເລີຍເດີ້ 😊
-------------------------------------------
ບໍລິສັດ ເຈພາທສ໌ ຈຳກັດ (ປະເທດລາວ)
ຕຶກວຽງຈັນຊາເຟຍຊັ້ນ 2, ຖະໜົນສາຍລົມ,
ບ້ານຫັດສະດີ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ.
ເບີໂທ: 021 253 790 | WhatsApp: 020 522 33 725

🧭 ຄຸນສົນບັດທີ່ເຈົ້າຕ້ອງມີ ຖ້າຢາກເຮັດວຽກບໍລິສັດຢູ່ຍີ່ປຸ່ນ 💼ຫຼາຍຄົນຖາມວ່າ: "ຮຽນພາສາຍີ່ປຸ່ນຮອດ N2 ແລ້ວ ເປັນຫຍັງຄືຍັງບໍ່ໄດ້ວ...
18/05/2026

🧭 ຄຸນສົນບັດທີ່ເຈົ້າຕ້ອງມີ ຖ້າຢາກເຮັດວຽກບໍລິສັດຢູ່ຍີ່ປຸ່ນ 💼

ຫຼາຍຄົນຖາມວ່າ: "ຮຽນພາສາຍີ່ປຸ່ນຮອດ N2 ແລ້ວ ເປັນຫຍັງຄືຍັງບໍ່ໄດ້ວຽກ?" 🤔
ຄຳຕອບຄື: ພາສາຢ່າງດຽວບໍ່ພຽງພໍ. ເຈົ້າຕ້ອງມີຄຸນສົນບັດທີ່ເຂົ້າກັບວັດທະນະທຳການເຮັດວຽກຂອງປະເທດຍີ່ປຸ່ນນຳ.

ມາເບິ່ງ 5 ຄຸນສົນບັດສຳຄັນ ທີ່ບໍລິສັດຍີ່ປຸ່ນມັກ ພ້ອມເຫດຜົນວ່າ ເປັນຫຍັງມັນຈຶ່ງສຳຄັນກັນ:

1. ⏰ ຄວາມກົງຕໍ່ເວລາ: ມາເຮັດວຽກກ່ອນເວລາ 5-10 ນາທີ, ສົ່ງວຽກທັນກຳນົດ, ບໍ່ຂໍພັກກະທັນຫັນໂດຍບໍ່ຈຳເປັນ. ເພາະໃນສາຍຕາຄົນຍີ່ປຸ່ນ: ຄົນທີ່ບໍ່ເຄົາລົບເວລາ ຄືຄົນທີ່ບໍ່ເຄົາລົບຜູ້ອື່ນ. ການມາຊ້າສະແດງວ່າເຈົ້າບໍ່ໄດ້ໃສ່ໃຈ ແລະ ໃຫ້ຄວາມສຳຄັນກັບທີມງານທີ່ເຮັດວຽກຮ່ວມ.

2. 🙇 ມີຄວາມອ່ອນນ້ອມຖ່ອມຕົວ: ບໍ່ອວດດີຫຼາຍເກີນ, ຍອມຮັບຜິດເມື່ອເຮັດຜິດ, ຮູ້ຈັກໃຊ້ພາສາສຸພາບ (keigo) ກັບຜູ້ອາວຸໂສກ່ວາ. ເພາະສັງຄົມຍີ່ປຸ່ນໃຫ້ຄຸນຄ່າກັບ ຄົນທີ່ຮູ້ຈັກທີ່ຕັ້ງຂອງຕົນ. ຄົນທີ່ຖ່ອມຕົວ ງ່າຍຕໍ່ການຮຽນຮູ້ ແລະ ຈະເຮັດວຽກຮ່ວມກັບຜູ້ອື່ນໄດ້ດີ.

3. 🤝 ການເຮັດວຽກເປັນທີມ: ປຶກສາຫາລືກັບທີມກ່ອນຕັດສິນໃຈ, ບໍ່ເຫັນແກ່ຕົວ, ຊ່ວຍເຫຼືອເພື່ອນຮ່ວມງານເມື່ອເຂົາເຈົ້າຕ້ອງການ. ເພາະບໍລິສັດຍີ່ປຸ່ນເຮັດວຽກແບບເປັນກຸ່ມ (group-oriented). ຄົນທີ່ມັກເຮັດວຽກດ່ຽວ ຫຼື ບໍ່ລາຍງານຄວາມຄືບໜ້າ ຈະຖືກເຫັນວ່າເປັນຄົນທີ່ເຊື່ອຖືບໍ່ໄດ້.

4. 🧱 ອົດທົນ ແລະ ຄວບຄຸມອາລົມເປັນ: ບໍ່ສະແດງອາລົມດ້ານລົບໃນທີ່ເຮັດວຽກ (ໂມໂຫ, ຮ້ອງໄຫ້, ທໍ້ແທ້), ປຶກສາຫາລືບັນຫາແບບສະຫງົບຮ່ວມກັນ. ເພາະການສະແດງອາລົມຮຸນແຮງ ໝາຍຄວາມວ່າເຈົ້າກຳລັງເຮັດໃຫ້ສູນເສຍຄວາມໜ້າເຊື່ອຖືຂອງຕົນ ແລະ ເຮັດໃຫ້ທີມເສຍບັນຍາກາດທີ່ດີໆໄດ້.

5. 📢 ກ້າສື່ສານ ເຖິງຈະບໍ່ເກັ່ງ: ບໍ່ຢ້ານທີ່ຈະຖາມເມື່ອບໍ່ເຂົ້າໃຈ, ລາຍງານຜົນງານຫຼື ບັນຫາໃຫ້ຜູ້ບໍລິຫານຮູ້, ໃຊ້ຄຳສັບສຸພາບ ເຖິງຈະບໍ່ຖືກສົມບູນ. ເພາະບໍລິສັດຍີ່ປຸ່ນໃຊ້ລະບົບ HouRenSou (報告・連絡・相談) = ລາຍງານ + ຕິດຕໍ່ + ປຶກສາ. ຄົນທີ່ບໍ່ກ້າເວົ້າ ຈະຖືກເຫັນວ່າເປັນ “ຄົນທີ່ເຮັດວຽກບໍ່ເປັນລະບົບ” ເຖິງວ່າຝີມືດີກໍຕາມ.

💬 ສະຫຼຸບແລ້ວຄື:
- ພາສາດີ ແຕ່ຂາດຄຸນສົນບັດ → ຍາກທີ່ຈະໄດ້ວຽກ.
- ຄຸນສົນບັດດີ ແຕ່ພາສາຂາດ → ຍັງພໍມີຫວັງ, ເພາະສາມາດຮຽນພາສາເພີ່ມໄດ້ ແຕ່ຄຸນສົນບັດປ່ຽນຍາກ.
ດັ່ງນັ້ນ ກ່ອນໄປສະໝັກວຽກ ຄວນຖາມຕົນເອງກ່ອນວ່າ: ເຮົາມີ 5 ຂໍ້ນີ້ຢູ່ແລ້ວ ຫຼື ຍັງເດີ້? 😊

💼 ຖ້າຢາກກຽມຕົວທັງພາສາ ແລະ ຄຸນສົນບັດເພື່ອໄປເຮັດວຽກທີ່ຍີ່ປຸ່ນ…ທັກຫາ JPaths (ເຈພາທສ໌) ພວກເຮົາໄດ້ເລີຍ — ພວກເຮົາຊ່ວຍວາງແຜນຕັ້ງແຕ່ການຮຽນພາສາ ຈົນໄປເຖິງການຫາວຽກເຮັດໃນພາຍຫຼັງ 😄
-------------------------------------------
ບໍລິສັດ ເຈພາທສ໌ ຈຳກັດ (ປະເທດລາວ)
ຕຶກວຽງຈັນຊາເຟຍຊັ້ນ 2, ຖະໜົນສາຍລົມ,
ບ້ານຫັດສະດີ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ.
ເບີໂທ: 021 253 790 | WhatsApp: 020 522 33 725

Address

Vientiane Saphir 2F, Saylom Road, Hatsady Village, Chanthabuli District
Vientiane

Telephone

+85621253790

Website

Alerts

Be the first to know and let us send you an email when JPaths: ຮຽນ, ເຮັດວຽກ ແລະ ໃຊ້ຊີວິດຢູ່ປະເທດຍີ່ປຸ່ນ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to JPaths: ຮຽນ, ເຮັດວຽກ ແລະ ໃຊ້ຊີວິດຢູ່ປະເທດຍີ່ປຸ່ນ:

Share

Category